ເພື່ອເປັນການເຊື່ອມໂຍງພາກທິດສະດີທີ່ໄດ້ຮຽນມາໃນຫ້ອງຮຽນ ສູ່ການປະຕິບັດຕົວຈິງ ແລະ ເພື່ອຍົກສູງຄວາມຮັບຮູ້ດ້ານປະຫວັດສາດການເມືອງ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳລົງທັດສະນະສຶກສາ ແລະ ຖອດຖອນບົດຮຽນ ໃຫ້ແກ່ນັກສຶກສາສາຂາກໍ່ສ້າງພັກ ຈຳນວນ 18 ທ່ານ ໃນວັນທີ 19 ມິຖຸນາ 2026 ໂດຍການຊີ້ນຳນຳພາໂດຍ ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ.

ການລົງເຄື່ອນໄຫວໃນຄັ້ງນີ້, ຄະນະນັກສຶກສາໄດ້ເດີນທາງໄປຍັງ “ດອນຊີງຊູ້” ເຊິ່ງເປັນດອນທີ່ມີຄວາມສວຍງາມທາງທຳມະຊາດ, ມີວັດທະນະທຳທີ່ເປັນເອກະລັກ ແລະ ທີ່ສຳຄັນແມ່ນມີມູນ ເຊື້ອປະຫວັດສາດອັນສະຫງ່າລາສີ. ໃນການລົງເຄື່ອນໄຫວ, ຄະນະນັກສຶກສາໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງບ້ານ ຊຶ່ງຄະນະບ້ານໄດ້ໃຫ້ກຽດລາຍງານສະພາບ ລວມ ຂອງດອນ, ຊີ້ໃຫ້ເຫັນເຖິງການພັດທະນາເສດຖະກິດສັງຄົມ, ການອະນຸລັກຮັກສາຊີວະນາໆພັນ ແລະ ການສ້າງບ້ານໃຫ້ເປັນໜ່ວຍພັກປອດໄສ ເຂັ້ມແຂງ ແລະ ໜັກແໜ້ນ ທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວທາງວັດທະນະທຳ ແລະ ປະຫວັດສາດ ຂອງດອນຊີງຊູ້.

ຈຸດເດັ່ນ ແລະ ເປັນຫົວໃຈສຳຄັນ ຂອງການລົງທັດສະນະຄັ້ງນີ້ ແມ່ນການໄດ້ເຂົ້າຢ້ຽມຊົມ ຮ່ອງຮອຍປະຫວັດສາດ ເຮັດໃຫ້ນັກສຶກສາຮູ້ສຶກຊາບຊຶ້ງເຖິງຄວາມຫຍຸ້ງຍາກລຳບາກ ຂອງບັນພະບຸລຸດໃນການວາງຮາກຖານການນຳພາຂອງພັກໃນເມື່ອກ່ອນ. ນັກສຶກສາທຸກທ່ານໄດ້ສະແດງຄວາມສົນໃຈຢ່າງຕັ້ງໜ້າໃນການຄົ້ນຄວ້າຂໍ້ມູນ, ພ້ອມທັງຖອດຖອນບົດຮຽນກ່ຽວກັບວິທີການນຳພາ, ການເຕົ້າໂຮມຄວາມສາມັກຄີ ແລະ ຄວາມເສຍສະຫຼະ ຂອງບັນດາຜູ້ນຳປະຕິວັດ.

ການລົງທັດສະນະສຶກສາຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍຄຸນນະພາບການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ເນັ້ນໜັກການເຊື່ອມໂຍງ ລະຫວ່າງ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ກັບສະພາບຄວາມເປັນຈິງຂອງສັງຄົມລາວ, ເຮັດໃຫ້ນັກສຶກສາມີທັງຄວາມຮູ້ດ້ານທິດສະດີ ແລະ ປະສົບການຕົວຈິງ ເພື່ອກຽມຄວາມພ້ອມເປັນເສນາທິການ ແລະ ພະນັກງານສືບທອດທີ່ດີຂອງພັກ.

————————————

ຂ່າວ: ປທ ຕາອັອດ ແສນທະວີສຸກ

ຮູບພາບ: ສົມພົງ ຜົນດີ ນສ ປທ 21 ສາຂາ ກໍ່ສ້າງພັກ

ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ