ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດຝຶກອົບຮົມ “ວຽກງານກວດກາແບບໃໝ່”ຢ່າງເລິກເຊິ່ງ ມຸ່ງເນັ້ນການຫັນເປັນທັນສະໄໝ, ເດັດຂາດ, ວິທະຍາສາດ ເພື່ອຄວາມປອດໃສຂອງພັກ ແລະ ຄວາມເຂັ້ມແຂງຂອງລັດ
ເພື່ອເປັນການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ເຂົ້າສູ່ວຽກງານຕົວຈິງ ແລະຍົກສູງຄຸນນະ ພາບການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ວຽກງານກວດກາແບບໃໝ່”ປະຈຳປີ 2025 ຢ່າງຈົບງາມ, ເຊິ່ງໄດ້ດຳເນີນເປັນເວລາ 3 ວັນເຕັມ ລະຫວ່າງວັນທີ 2-4 ກຸມພາ 2026 ທີ່ ລີສອດ ນາປ່າກວາງ, ແຂວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະເປັນປະທານໂດຍ: ທ່ານ…
