ຄະນະສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການນຳພາ ຂອງ ທ່ານ ປອ ນ. ດວງຈັນ ນັນທາ ຄະນະສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຈຳນວນ 9 ທ່ານ ໄດ້ເຂົ້າຮ່ວມຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນວັນທີ 15 ກໍລະກົດ 2026 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ (ຊັ້ນ 5), ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026). ການເຂົ້າຮ່ວມຂະບວນການຄັ້ງນີ້ ດຳເນີນພາຍໃຕ້ຄຳຂວັນທີ່ວ່າ: “ໜຶ່ງຢົດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ”, ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງນ້ຳໃຈເສຍສະຫຼະອັນສູງສົ່ງ ແລະ ຄວາມຮັບຜິດຊອບທາງການເມືອງຕໍ່ສັງຄົມ ຂອງບັນດາສະມາຊິກສະຫະພັນແມ່ຍິງລາວ.

         ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດໂດຍ ທ່ານ ດຣ ຈັນທະລາ ສຸກສາຄອນ, ຮອງປະທານອົງການກາແດງແຫ່ງຊາດ ແລະ ທ່ານ ນ. ພັນຈິນດາ ເລັ່ງສະຫວັດ, ຮອງປະທານ ຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ. ພາຍໃນງານມີການເຂົ້າຮ່ວມຢ່າງຫຼວງຫຼາຍຈາກຫຼາຍພາກສ່ວນອ້ອມຂ້າງສູນກາງ. ຂະບວນການບໍລິຈາກເລືອດ ຂອງຄະນະສະຫະພັນແມ່ຍິງ ສມປຊ ໃນຄັ້ງນີ້ ເປັນການປະຕິບັດໜ້າທີ່ການເມືອງທີ່ສຳຄັນ ໃນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ວ່າດ້ວຍການສົ່ງເສີມວຽກງານກາແດງ ແລະ ການຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນລາວ ຊຶ່ງມັນສະແດງອອກເຖິງ “ທັດສະນະມະຫາຊົນ” ຢ່າງແທ້ຈິງ ຂອງພະນັກງານນຳ ພາ-ຄຸ້ມຄອງ ແລະ ນັກສຶກສາ ຜູ້ທີ່ກຳລັງຝຶກຝົນຫຼໍ່ຫຼອມຕົນເອງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອັນຊົງກຽດແຫ່ງນີ້.

         ພາຍໃຕ້ຍຸກສະໄໝແຫ່ງການຫັນເປັນທັນສະໄໝ ຂອງການບໍລິຫານລັດ, ແມ່ຍິງລາວໄດ້ກ້າວຂຶ້ນມາເປັນກຳລັງແຮງທີ່ສຳຄັນ ເປັນແນວໜ້າໃນການຂັບເຄື່ອນຂະບວນການທາງສັງຄົມ. ການເຂົ້າຮ່ວມຂະບວນການບໍລິຈາກເລືອດໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນວຽກງານມະນຸດສະທຳ ເປັນການປູກຈິດສຳນຶກດ້ານຄຸນສົມບັດສິນທຳປະຕິວັດ, ຄວາມສາມັກຄີປອງດອງ ແລະ ຄວາມຮັກຊາດ ຮັກລະບອບໃໝ່ ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຢ່າງເລິກເຊິ່ງ, ຊຶ່ງຜົນສຳເລັດຂອງການເຂົ້າຮ່ວມຂະບວນການດັ່ງກ່າວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຜົນງານລວມຂອງສະຫະພັນແມ່ຍິງລາວທົ່ວປະເທດ ໃນການຕ້ອນຮັບວັນປະຫວັດສາດ ວັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງສະຫງ່າງາມ, ພ້ອມທັງເປັນການຢັ້ງຢືນວ່າ ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນ “ແມ່ຍິງຍຸກໃໝ່” ທີ່ມີຄວາມຮູ້-ຄວາມສາມາດທາງດ້ານທິດສະດີການເມືອງ, ມີຄວາມຊຳນານທາງດ້ານການບໍລິຫານ ແລະ ມີນໍ້າໃຈເສຍສະຫຼະອັນສູງສົ່ງ ພ້ອມຈະຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ