ວັນທີ 3 ກຸມພາ ໜ່ວຍພັກຮາກຖານນັກສຶກສາ ອະນຸປະລິນຍາ XIX ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນ, ໃຫ້ກຽດເປັນປະທານຂອງ ສະຫາຍ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະໃນວັນທີ 8 ກຸມພາ ໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVI ກໍໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າພະແນກພັກ-ປ້ອງກັນພັກ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກຮາກຖານອື່ນ ແລະສະມາຊິກພັກພາຍໃນຫ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ເລຂາໜ່ວຍພັກຮາກຖານທັງສອງໜ່ວຍພັກໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເມືອງ ໄດ້ຕີລາໃຫ້ເຫັນເຖິງຜົນງານແຫ່ງການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະຫ້ອງ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງຄົ້ນຄວ້າຮໍ່າຮຽນ ແລະເຄື່ອນໄຫວວຽກງານປິ່ນອ້ອມຕ່າງໆ ໃນໄລຍະຜ່ານມາ. ກອງປະຊຸມ ໄດ້ເອກະພາບກັນຮັບຮອງເອົາບົດສະຫຼຸບຕີລາຄາຜົນ​ສຳ​ເລັດ​ແຫ່ງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະໜ່ວຍພັກໃນໄລຍະ 04 ເດືອນຂອງ ອະນຸປະລິນຍາ ຮຸ່ນທີ XIX, 3 ເດືອນຂອງ ຄະນະໜ່ວຍພັກປະລິນຍາໂທ ຮຸ່ນທີ XVI ແລະຮັບຮອງເອົາທິດທາງແຜນການໃນຕໍ່ໜ້າ, ກອງປະຊຸມໄດ້ຮັບຟັງບົດສໍາຫຼວດການນຳພາຂອງຄະນະພັກຊຸດເກົ່າ ຊຶ່ງໄດ້ຍົກໃຫ້ເຫັນ ຄວາມຮັບຜິດຊອບໃນການເຄື່ອນໄຫວຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາ.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ເພື່ອສືບຕໍ່ຊີ້ນໍາ-ນໍາພາສະມາຊິກພັກໃຫ້ກ້າວຂຶ້ນຢ່າງໜັກແໜ້ນ ແລະມີຜົນສຳເລັດຕາມຈຸດປະສົງທີ່ວາງໄວ້, ຊຶ່ງຜົນການເລືອກຕັ້ງ ແລະຕົກລົງເຫັນດີເປັນເອກະພາບໃນກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງດັ່ງນີ້:

– ໜ່ວຍພັກຮາກຖານນັກສຶກສາ ອະນຸປະລິນຍາ XIX

  1. ສະຫາຍ ນາງ ສອນດາວັນ ວົງສັນຕິ ເປັນເລຂາໜ່ວຍພັກ.
  2. ສະຫາຍ ສົມຫວັງ ແກ້ວສີມຸງຄຸນ ເປັນຮອງເລຂາໜ່ວຍພັກ ແລະ ເປັນປະທານກວດກາໜ່ວຍພັກ.
  3. ສະຫາຍ ພູນສຸກ ສິດທິແສງ ເປັນຄະນະໜ່ວຍພັກ.
  4. ສະຫາຍ ແສງຈັນ ກິນດາລາ ເປັນຄະນະຫ້ອງ.
  5. ສະຫາຍ ບຸນມີ ເພັງສະຫວັນ ເປັນຄະນະຫ້ອງ.

      – ໜ່ວຍພັກຮາກຖານນັກສຶກສາປະລິນຍາໂທ ຮຸ່ນທີ XVI

1).​ ສະຫາຍ ພອນ​ເສັງ ສິລິ​ປັນຍາ​ພອນ ເປັນເລຂາໜ່ວຍພັກ, ຫົວໜ້າຫ້ອງ.

2). ສະຫາຍ ນ. ຄຳ​ທົດ ​ໂສ​ສຸພັນ ເປັນຮອງເລຂາໜ່ວຍພັກ, ຮອງ​ຫົວໜ້າ​ຫ້ອງ ​ທັງຮັບຜິດຊອບ​ວຽກ​ງານ​ກວດກາພັກ.

3). ສະຫາຍ ສີວິ​ໄລ ສີ​ແສນ​ດີ ເປັນຄະນະໜ່ວຍພັກ, ຄະນະຫ້ອງ.

4). ສະຫາຍ ​ໄກສອນ ສີ​ຫາ​ຈັກ ເປັນຄະນະຫ້ອງ.

5) ສະຫາຍ ​ແສງ​ຈັນ ພັນທະ​ວົງ​ຄຳ ເປັນຄະນະຫ້ອງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ