ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຊຸດຮຽນການທະຫານໃຫ້ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ແລະຕໍ່ເນື່ອງ ຮຸ່ນທີ XIV ຊຶ່ງລວມທັງໝົດມີ 143 ທ່ານ, ຍິງ 43 ທ່ານ ໄດ້ຝຶກຍຸດທະວິທີການທະຫານໃນຫົວຂໍ້: ສິນລະປະຍຸດ ຊຶ່ງເປັນວິຊາໜຶ່ງທີ່ນອນຢູ່ໃນຄະນະລັດທິສັງຄົມນິຍົມວິທະຍາສາດ.

ການຮຽນ-ການສອນ ດັ່ງກ່າວໄດ້ດຳເນີນໄປເປັນເວລາ 5 ວັນ (ວັນທີ 1-5 ກຸມພາ 2021) ໂດຍຄູຝຶກແອບຈາກ ທ່ານ ພັທ ອຸໄລ ອາສະໜາໄຊ ຫົວໜ້າຄະນະວິຊາກິລາການທະຫານ-ກິລາມວຍ ແລະທ່ານ ພັທ ພັດທະນາ ຜາລີຈັນ ຫົວໜ້າພາກວິຊາການທະຫານ ຊຶ່ງແມ່ນຄູຝຶກມາຈາກ ວິທະຍາຄານສັນຕິບານປະຊາຊົນ.

ຊຶ່ງຜ່ານການຮຽນການທະຫານ ນັກສຶກສາໄດ້ຮຽນຮູ້ ແລະລົງເລິກໃນຍຸດທະວິທີການທະຫານ ປະກອບດ້ວຍການເຂົ້າໃຈເຖິງບົດບາດການທະຫານ, ພາກທິດສະດີ ແລະການປະຕິບັດຕົວຈິງດ້ວຍການຍິງປືນແທ້ຢູ່ ວິທະຍາຄານສັນຕິບານປະຊາຊົນ. ການຮຽນການທະຫານຄັ້ງນີ້ ຖືໄດ້ວ່າສຳເລັດໄປດ້ວຍດີທັງນີ້ແມ່ນການຊີ້ນຳ-ນຳພາໃນການຕິດຕາມຂອງ ທ່ານ ປທ ສົມສີ ຈັນຕະພົມ ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ແລະທ່ານ ຖາວອນ ພົມມະຈະລິນ ອາຈານຄະນະລັດທິສັງຄົມນິຍົມວິທະຍາສາດ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ