ວັນທີ 5 ກຸມພາ 2021 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນ​ສູງ​ເລັ່ງລັດ 5 ​ເດືອນຮຸ່ນ​ທີ XXVII ແລະລະບົບປະລິນຍາໂທ ຮຸ່ນທີ XIV, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ.

          ໃນພິທີ ທ່ານ ປທ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານ ຜົນສຳເລັດຂອງນັກສຶກສາເປັນຕົ້ນ: ນັກສຶກສາຊັ້ນ​ສູງ​ເລັ່ງລັດ 5 ​ເດືອນຮຸ່ນ​ທີ XXVII ຈຳນວນ 55 ທ່ານ, ຍິງ 15 ທ່ານ, ໄດ້​ຮັບ​ຄະ​ແນນ​ສະ​ສົມ​​ເກຼດ A= 19 ທ່ານ, ສະ​ເລ່ຍ34,54%; ໄດ້​ຮັບ​ຄະ​ແນນ​ສະ​ສົມ​​ເກຼດ B+ = 36 ທ່ານ, ສະ​ເລ່ຍ 65,45% ແລະນັກສຶກສາ ປະລິນຍາໂທ ຮຸ່ນທີ XIV ຈໍານວນ 60 ທ່ານ, ຍິງ 15 ທ່ານໄດ້​ຮັບ​ຄະ​ແນນ​ສະ​ສົມ​​ເກຼດ A= 17 ທ່ານ, ສະ​ເລ່ຍ2 8,33%, ໄດ້​ຮັບ​ຄະ​ແນນ​ສະ​ສົມ​​ເກຼດ B+ = 43 ທ່ານ, ສະ​ເລ່ຍ 71,66% ສະຫຼຸບລວມແລ້ວ ນັກ​ສຶກສາ​ທີ່​ໄດ້ສຳ​ເລັດ​ການ​ສຶກສາ​ໃນ​ຄັ້ງນີ້ຈຳນວນ 115 ທ່ານ, ຍິງ 30 ທ່ານ ແມ່ນສຳເລັດການ​​ຄົ້ນຄວ້າ​ຮ່ຳຮຽນ ແລະເຝິກຝົນຫຼໍ່ຫຼອມຕົນເອງ​ຢູ່​ສະ​ຖາ​ບັນ​, ​ນັກ​ສຶກສາທຸກ​ຊັ້ນຮຽນເວົ້າ​ລວມ,​ ເວົ້າ​ສະ​ເພາະ​ນັກ​ສຶກສາທີ່ໄດ້ຮຽນ​ຈົບ​ຫຼັກສູດ​ການ​ສຶກສາ​ໃນ​ຄັ້ງນີ້​ ໄດ້​ມີ​ຄວາມ​ຮູ້​ໃນ​ລະດັບ​ທີ່​ແນ່ນອນ ທາງ​ດ້ານ​ທິດ​ສະ​ດີ​ມາກ​-​ເລ​ນິນ, ຄວາມ​ຮູ້​​ດ້ານການ​ປົກຄອງ​ ແລະບໍລິຫານຢ່າງ​ເປັນ​ລະບົບ ແລະ​ເລິກ​ເຊິ່ງ​ໃນ​ລະດັບ​ດີ. ບົນ​ພື້ນຖາ​ນຄວາມ​ຮັບ​ຮູ້​ດັ່ງກ່າວ​ມາ​ນັ້ນ, ນັກ​ສຶກສາ​ສາມາດປັບປຸງໄດ້​ທັດສະນະ​ຫຼັກ​ໝັ້ນ​ດີ​ຂຶ້ນ​ກວ່າ​ເກົ່າ, ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ຕໍ່​ອຸດົມ​ການ​ ແລະພາລະກິດ​ປະຕິວັດ​ຂອງ​ພັກ​ເຮົາ. ສະ​ນັ້ນ​, ຈຶ່ງ​ເປັນ​ການ​ປຸກລະດົມ​ຄວາມ​ກະຕືລີ​ລົ້ນ, ຄວາມ​ຕັດ​ສິນ​ໃຈ​ສູງ​ ແລະນ້ຳ​ໃຈ​​ຟົດ​ຟື້ນ​ປະຕິວັດ​ເພື່ອກຽ​ມພ້ອມ​ເຮັດ​ສຳ​ເລັດ​ໜ້າ​ທີ່ທີ່​ຈະ​ໄດ້​ຮັບ​ມອບ​ໝາຍ, ສາມາດ​ຕີ​ລາຄາ​ໄດ້​ວ່າ​ນັກ​ສຶກສາ​ທີ່​ຈົບ​ຫຼັກສູດ​ໃນ​ຄັ້ງນີ້, ນັກ​ສຶກສາ​ຫຼາຍ​ຄົນ​ໄດ້​ເຄື່ອນ​ໄຫວ​ເປັນ​​ແບບຢ່າງນຳໜ້າ​​ໃນ​ການ​ນຳພາ-ຄຸ້ມ​ຄອງ​ ແລະການ​ຄົ້ນຄວ້າ​ຮ່ຳຮຽນ, ​ສາມາດ​ຍາດ​ໄດ້​ຄະ​ແນນລະດັບ​ດີ​ເປັນ​ສ່ວນ​ຫຼາຍ ແລະເປັນ​ນັກ​ສຶກສາ​ຮຽນ​ເກັ່ງ-ມີ​ວິ​ໄນ​ດີ, ຄະນະ​ພັກ-ຄະນະ​ຫ້ອງ​ ແລະຫ້ອງ​ຮຽນ​ດີ​ເດັ່ນມີດັ່ງນີ້:

ໜຶ່ງ:  ຜູ້ເຂົ້າຮຽນລະບົບ​ຊັ້ນ​ສູງ​ເລັ່ງລັດ 5 ​ເດືອນຮຸ່ນ​ທີ XXVII:

– ຄັດ​ເລືອກ​ນັກຮຽນເກັ່ງ ມີວິໄນດີປະ​ເພດ​ທີ I ມີ 17 ທ່ານ, ຍິງ 5 ທ່ານ.

– ຄັດ​ເລືອກ​ນັກຮຽນເກັ່ງ ມີວິໄນດີປະ​ເພດ​ທີ II ມີ 11 ທ່ານ, ຍິງ 2 ທ່ານ.

– ຄັດ​ເລືອກ​ຄະນະ​ພັກ, ຄະນະ​ຫ້ອງ​ຊີ້​ນຳ​ນຳພາດີເດັ່ນໄດ້ປ​ະ​ເພດ I.

– ຄັດ​ເລືອກ​ເປັນຫ້ອງ​ຮຽນ​ດີ​ເດັ່ນ​ໄດ້ປະ​ເພດທີ I.

ສອງ: ຜູ້ເຂົ້າຮຽນລະບົບ​ຊັ້ນປະລິນຍາໂທຮຸ່ນທີ XIV:

– ຄັດ​ເລືອກ​ນັກຮຽນເກັ່ງ ມີວິໄນດີປະ​ເພດ​ທີ I ມີ 19 ທ່ານ, ຍິງ 7 ທ່ານ.

– ຄັດ​ເລືອກ​ນັກຮຽນເກັ່ງ ມີວິໄນດີປະ​ເພດ​ທີ II ມີ 22  ທ່ານ, ຍິງ 5 ທ່ານ.

– ຄັດ​ເລືອກ​ນັກຮຽນເກັ່ງ ມີວິໄນດີປະ​ເພດ​ທີ III ມີ 12 ທ່ານ, ຍິງ 3 ທ່ານ.

– ຄັດ​ເລືອກ​ເປັນຫ້ອງ​ຮຽນ​ດີ​ເດັ່ນ​ປະ​ເພດທີ II.

– ຄັດ​ເລືອກ​ຄະນະ​ພັກ, ຄະນະ​ຫ້ອງ​ນຳພາ-ຊີ້​ນຳ​ ດີເດັ່ນປ​ະ​ເພດ I ມີ 3 ທ່ານ ຍິງ 1 ທ່ານ

– ຄັດ​ເລືອກ​ຄະນະ​ພັກ, ຄະນະ​ຫ້ອງ​ຊີ້​ນຳ​ນຳພາດີເດັ່ນປ​ະ​ເພດ II ມີ 2 ທ່ານ ຍິງ 0 ທ່ານ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ