ວັນທີ 21 ມັງກອນ 2021 ນີ້, ນັກສຶກສາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະບົບລະບົບປະລິນຍາຕີ ຮຸ່ນທີ 23 ສາຂາວິຊາໂຄສະນາອົບຮົມ ໄດ້ລົງຖອດຖອນບົດຮຽນ ຢູ່ ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄູອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ ແລະນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 23 ສາຂາວິຊາໂຄສະນາອົບຮົມເຂົ້າຮ່ວມ

ໃນໂອກາດທີ່ລົງຖອດຖອນບົດຮຽນ ຢູ່ຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ຜູ້ຕາງໜ້າຄູອາຈານຂອງຄະນະໂຄສະນາອົບຮົມ ໄດ້ລາຍງານສະພາບຈຸດພິເສດຂອງນັກສຶກສາໃນສາຂາວິຊາໂຄສະນາອົບຮົມ, ສະ ພາບການເຄື່ອນໄຫວສິດສອນຮໍ່າຮຽນ ໃນໄລຍະຜ່ານມາໃຫ້ ທ່ານ ນາງ ສົມພອຍ ພົມມະຈັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຮັບຊາບ, ໂອກາດດັ່ງກ່າວ ທ່ານ ນາງ ສົມພອຍ ພົມມະຈັກ ໄດ້ມີຄໍາເຫັນໂອ້ລົມຊີ້ນຳໂດຍຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານໂຄສະນາອົບຮົມເຊີ່ງແມ່ນວຽກທີ່

ຕ້ອງເຮັດກ່ອນ, ເຮັດໄປພ້ອມ, ເຮັດຕາມຫຼັງຂອງທຸກຂົງເຂດວຽກງານ ເພາະວ່າວຽກງານໂຄ ສະນາອົບຮົມແມ່ນວຽກງານການເມືອງ-ແນວຄິດ. ຮຽກຮ້ອງໃຫ້ນັກສຶກສາທີ່ໄດ້ຮຽນຈົບຫຼັກສູດເປັນລະບົບແລ້ວ ເຖີງວ່າຈະຢູ່ໃນຂົງເຂດວຽກງານໃດກໍ່ຕາມຈົ່ງນຳເອົາຄວາມຮູ້ທີ່ໄດ້ຮຽນໄປຈັດຕັ້ງປະຕິບັດໃຫ້ດີຂຶ້ນ. ໂອ ກາດດຽວກັນນີ້ນັກສຶກສາກໍໄດ້ກ່າວຂອບໃຈ ແລະມອບກະຕ່າຂອງຂວັນໃຫ້ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນການຕອບບຸນແທນຄຸນທີ່ໄດ້ໃຫ້ການສິດສອນສົ່ງຄວາມຮູ້ໃຫ້ທຸກຄົນ ເຊິ່ງນັກສຶກສາທັງໝົດນີ້ຈະເກັບກໍາເອົາຄວາມຮູ້ທີ່ຄູ-ອາຈານໄດ້ສິດສອນໃຫ້ນໍາໄປໂຄສະນາເຜີຍແຜ່ໃຫ້ພະນັກງານ, ການຈັດຕັ້ງຂອງພັກ-ລັດໃນແຕ່ລະຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ເຂົ້າໃຈໃນທິດທາງຂອງພັກຢ່າງເລິກເຊິ່ງ ເພື່ອຊຸກຍູ້ທຸກໆວຽກງານເດີນໄປຕາມທິດທາງຂອງພັກທີ່ກໍານົດໃວ້.

ຂ່າວ: ອາເຈ ຊາງມຽງ. ນສ ປຕ 23 ສາຂາ ໂຄສະນາ
ຮູບພາບ: ນ. ດອກໄມ້ ຈັນດາລາ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ