​ເພື່ອ​ເປັນ​ການ​ຄໍານັບ​ຮັບ​ຕ້ອນວັນ​ສໍາຄັນ​ຕ່າງໆ ຂອງ​ພັກຂອງ​ຊາດ ​ແລະ​ຮັດ​ແໜ້ນຄວາມ​ສາມັກ​ຄີ ຂອງ​ພະນັກ ງານ-ສະມາ​ຊີກ​ພາຍ​ໃນ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ໃຫ້​ມີ​ຄວາມໜັກ​ແໜ້ນ​ຂຶ້ນ​ກວ່າ​ເກົ່າ.

ໃນ​ຕອນ​ບ່າຍ ຂອງວັນ​ທີ 17 ທັນວາ 2020 ຢູທີ່​ເດີ່ນ​ກີລາ ຂອງສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ​ໄດ້​ຈັດ​ພິທີ​ປິດ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆຂຶ້ນ. ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ປອ ສາຍ​ຄໍາ ມູນ​ມະນີ​ວົງ ຄະນະ​ບໍລິຫານ​ງານ​ພັກ ຜູ້​ຊີ້​ນໍ​າອົງການ​ຈັດ​ຕັ້ງ​ມະຫາຊົນ, ຮອງ​ຫົວໜ້າ ຄະນະ​ປັດ​ຊະ​ຍາ, ​ເປັນກຽດ​ເຂົ້າ​ຮ່ວມ ຂອງ​ສະຫາຍ ປທ ນາງ ບຸ​ມມີ ຈຸນລະ​ຈັກ ຮອງ​ເລຂາ ຄະນະ​ບໍລິຫານ​ງານ​ພັກ ຮອງຫົວໜ້າ ສມປຊ, ມີ​ບັນດາ​ຄະນະບໍລິຫານງານທັງ 3 ​ອົງການຈັດຕັ້ງມະຫາຊົນ, ຄະນະ​ກົມ, ​ນັກ​ກິລາ ​ແລະຕາງໜ້ານັກສຶກສາທຸກຮຸ່ນທຸກລະບົບເຂົ້າຮ່ວມ.

​ໃນ​ພິທີ ສະຫາຍ ປອ ນາງ ລໍາ​ພູນ ດວນ​ສຸວັນ ປະທານ​ສະຫະພັນ​ແມ່ຍິງ ສມປຊ ​ໄດ້​ຂຶ້ນຜ່ານບົດສະຫຼຸບຕິ​ລາຄາ​ຜົນ​ງານ​ການ​ແຂ່ງຂັນ​ກິລາ ​ເຊິ່ງປະ​ເພດ​ຂອງ​ການ​​ແຂ່ງຂັນ​ມີ​ທັງໝົດ 5 ປະ​ເພດ​ກິລາ​ຄື: ​ເຕະ​ບານ​ຊາຍ, ບານສົ່ງ​ຍິງ-ບານສົ່ງຊາຍ​, ​ເປຕັ່ງ​ປະສົມ​ຍິງ-ຊາຍ, ​ແລ່ນ​ໄຖ່​ປະສົມ​ຍິງ-ຊາຍ ​ແລະ​ດຶງ​ເຊືອກ​ປະສົມ​ຍິງ-ຊາຍ ເຊິ່ງຜົນງານ​ການ​ແຂ່ງຂັນ​ຕົວ​ຈິງ ຂອງ​ກີລາ​ປະ​ເພດ​ຕ່າງໆ​ມີ​ຄື:

+ ກິລາ​ບານ​ເຕະ​ຊາຍ:

  • ທີ I ​ໄດ້​ແກ່ທີ​ມຮາກ​ຖານ​ຫ້ອງການ,
  • ທີ II ​ໄດ້​ແກ່​ທີ​ມຮາກ​ຖານ​ຄະນະ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ-ຄະນະ​ເສດຖະສາດ​ການ​ເມືອງ ​ແລະ​ຄຸ້ມ​ຄອງ​ເສດຖະກິດ,
  • ທີ III ​ໄດ້​ແກ່​ທີ​ມຮາກ​ຖານ​ຈັດ​ຕັ້ງ-ກົມ​ກວດກາ,
  • ລາງວັນຊົມເຊີຍ ຮາກ​ຖານ​ກົມ​ຄົ້ນຄວ້າ​ວິທະຍາສາດ-ກົມ​ຄຸ້ມ​ຄອງ​ການ​ຮຽນ-ການ​ສອນ.

  + ກິລາ​ບານ​ສົ່ງທີມ​ຍິງ, ກີລາບານສົ່ງທີມຊາຍ:

– ທີ I ທີມຊາຍ​ໄດ້​ແກ່​ຮາກ​ຖານ​ຄະນະ​ລັດ​ທິສັງຄົມ​ນິຍົມ​ວິທະຍາສາດ-ຄະນະ​ເສດຖະສາດ​ການ​ເມືອງ ​ແລະ​ຄຸ້ມ ​ຄອງ​ເສດຖະກິດ; ທີ​ມຍິງໄດ້ແກ່ຮາກ​ຖານ​ປັດ​ຊະ​ຍາ-ກໍ່ສ້າງ​ພັກ-ປະຫວັດສາດ​ພັກ,

– ທີ II ທີ​ມຊາຍ​ໄດ້​ແກ່​ຮາກ​ຖານ​ກົມ​ຈັດ​ຕັ້ງ-ກົມ​ກວດກາ, ທີ​ມຍິງ​ໄດ້​ແກ່​ຮາກ​ຖານ​ສູນ​ຂໍ້​ມູນ​ຂ່າວສານ-ສູນ​ຄົ້ນຄວ້າ​ແນວ​ຄິດ ​ໄກສອນ ພົມວິຫານ,

– ທີ III ທີ​ມຊາຍ​ໄດ້​ແກ່​ຮາກ​ຖານ​ປັດ​ຊະ​ຍາ-ກໍ່ສ້າງ​ພັກ-ປະຫວັດສາດ​ພັກ, ທີ​ມຍິງໄດ້​ແກ່​ຮາກ​ຖານ​ຫ້ອງການ.

– ລາງວັນຊົມເຊີຍ ຮາກຖານຫ້ອງການ, ຮາກ​ຖານ​ຄະນະ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ-ຄະນະ​ເສດຖະສາດ​ການ​ເມືອງ ​ແລະ​ຄຸ້ມ​ຄອງ​ເສດຖະກິດ.

+ ເປ​ຕັ່ງ​ປະສົມ​ຍິງ-​ຊາຍ:

  • ທີ I ໄດ້ແກ່ທີມຮາກຖານຫ້ອງການ,
  • ທີ II ຮາກ​ຖານ​ກົມ​ຄົ້ນຄວ້າ​ວິທະຍາສາດ-ກົມ​ຄຸ້ມ​ຄອງ​ການ​ຮຽນ-ການ​ສອນ,
  • ທີ III ຮາກຖານ​ກົມ​ຈັດ​ຕັ້ງ-ກົມ​ກວດກາ.
  •  ລາງວັນຊົມເຊີຍ ຮາກ​ຖານ​ສູນ​ຂໍ້​ມູນ​ຂ່າວສານ-ສູນ​ຄົ້ນຄວ້າ​ແນວ​ຄິດ ​ໄກສອນ ພົມວິຫານ.

+ ແລ່ນ​ໄຖ່​ປະສົມ​ຍິງ-ຊາຍ:

  • ທີ I ຮາກ​ຖານ​ປັດ​ຊະ​ຍາ-ກໍ່ສ້າງ​ພັກ-ປະຫວັດສາດ​ພັກ,
  • ທີ II ຮາກ​ຖານຫ້ອງການ,
  • ທີ III ຮາກ​ຖານ​ກົມ​ຈັດ​ຕັ້ງ-ກົມ​ກວດກາ.

+ ດຶງ​ເຊືອກ​ປະສົມ​ຍິງ-ຊາຍ:

  • ທີ I ຮາກ​ຖານ​ຫ້ອງການ,
  • ທີ II ຮາກ​ຖານ​ສູນ​ຂໍ້​ມູນ​ຂ່າວສານ-ສູນ​ຄົ້ນຄວ້າ​ແນວ​ຄິດ ​ໄກສອນ ພົມວິຫານ,
  • ທີ III ຮາກ​ຖານຄະນະ​ລັດ​ທິສັງຄົມ​ນິຍົມ​ວິທະຍາສາດ-ຄະນະ​ເສດຖະສາດ​ການ​ເມືອງ ​ແລະ​ຄຸ້ມ​ຄອງ​ເສດຖະກິດ.

ຕອນ​ທ້າ​ຍຂອງ​ພິທີ ສະຫາຍ ປອ ສາຍ​ຄໍາ ມູນ​ມະນີ​ວົງ ຄະນະ​ບໍລິຫານ​ງານ​ພັກ, ຜູ້​ຊີ້​ນໍາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ຮອງ​ຫົວໜ້າຄະນະ​ປັດ​ຊະ​ຍາ ​ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ຕໍ່ພິທີ​ດັ່ງກ່າວ ​ເຊິ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ຜົນງານ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ​ເຊິ່ງສະ​ແດງ​ອອກ​ໃນ​ຄວາມ​ມີ​ນໍ້າ​ໃຈ​ຂອງ​ນັກ​ກີລາ​ຂອງ​ແຕ່​ລະສະ​ຫາຍ ​ເພື່ອ​ຮັດ​ແໜ້ນຄວາມ​ສາມັກຄີ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ 3 ອົງການ​ຈັດ​ຕັ້ງ​ມະຫາຊົນ ສືບຕໍ່​ແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ​ກັນຂອງ​ນັກ​ກິລາ​ແຕ່ລະ​ຮາກ​ຖານ, ​ແຕ່ລະ​ປະ​ເພດ​ກີລາ ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ ສືບຕໍ່ກ້າວ​ຂຶ້ນ​ໃນຕໍ່ໜ້າ.

                                                  ຂຽນ​ໂດຍ: ນັກສຶກສາປະລິນຍາຕີຮຸ່ນທີ  XXIII ສາຍ​ໂຄສະນາ
ຮູບພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການໂດຍ: ຄອນສະຫວັນ ແສນຍານຸພາບ.