ວັນທີ 24 ພະຈິກ 2020 ເວລາ 06:00ມ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ​​ວັນສົນທິສັນຍາວ່າດ້ວຍສິດທິເດັກ (ທີ 20 ພະຈິກ) ແລະສາກົນຢຸດຕິໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ (ທີ 25 ພະຈິກ ), ໂດຍການນໍາພາຂອງຄະນະພັກ, ຄະນະນໍາ ສມປຊ,​ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ  ໄດ້ກ່າວເຖິງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະກ່າວເປີດພິທີຍ່າງເພື່ອສຸຂະພາບ.

            ໃນເວລາ 08:00 ຂອງວັນດຽວກັນ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໄດ້ສືບຕໍ່ເຂົ້າຮ່ວມຮັບຟັງການປາຖະກະຖາວັນສົນທິສັນຍາວ່າດ້ວຍສິດທິເດັກ 20 ພະຈິກ ແລະວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ວັນທີ 25 ພະຈິກ ໂດຍໃຫ້ກຽດ​ເຜີຍ​ແຜ່​ຂອງທ່ານ ນາງ ມະນີວອນ ຫຼວງສົມບັດ ຮອງຫົວໜ້າຫ້ອງຫານກອງເລຂາຄະນະກໍາມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະເດັກ.

            ທ່ານ ນາງ ມະນີວອນ ຫຼວງສົມບັດ ໄດ້ຍົກໃຫ້ເຫັນວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປັດຈຸບັນ ທີ່ກໍາລັງແຜ່ລາມຫຼາຍຮູບແບບໃນທົ່ວໂລກ ທີ່ໄດ້ສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ເວົ້າສະເພາະ ແມ່ນກະທົບຕໍ່ຈິດໃຈ, ຮ່າງກາຍ ຕະຫຼອດເຖິງຊັບສິນຂອງແມ່ຍິງ ແລະ ເດັກນ້ອຍ ໂດຍສາເຫດຕົ້ນຕໍແມ່ນຍ້ອນຮີດຄອງປະເພນີທີ່ເກົ່າແກ່ຫຼ້າຫຼັງ, ການເຊື່ອຖືແບບງົມງາຍ, ຄວາມທຸກຍາກຂາດເຂີນ, ລະດັບການສຶກສາຕໍ່າ ແລະ ສິ່ງຫຍໍ້ທໍ້ອື່ນໆ ທີ່ມີຕໍ່ແມ່ຍິງໃນສັງຄົມ ຊຶ່ງປະກອບມີຫຼາຍຮູບແບບເຊັ່ນ: ການບັງຄັບການແຕ່ງງານແຕ່ອາຍຸຍັງນ້ອຍ, ການຄ້າມະນຸດ, ການບັງຄັບຮ່ວມເພດ ແລະ ການຂົ່ມຂື່ນທໍາຊໍາເລົາ ທີ່ສາມາດ ເກີດຂຶ້ນກັບ ແມ່ຍິງໃນທຸກເພດທຸກໄວ ບໍ່ວ່າຈະໃນຄອບຄົວ, ຊຸມຊົນພາຍໃນຕົວເມືອງ ແລະ ຊົນນະບົດ ຊຶ່ງໄດ້ສ້າງຜົນກະທົບຕໍ່ແມ່ຍິງ ແລະ  ເດັກນ້ອຍ ນັບແຕ່ມື້ເກີດຈົນເຖິງໄວແກ່ເຖົ້າຊະລາ ບັນຫາດັ່ງກ່າວເປັນສິ່ງກີດກັ້ນຢ່າງໜັກໜ່ວງໃນການພັດທະນາຄວາມສາມາດຂອງຊັບພະຍາກອນມະນຸດ. ດັ່ງນັ້ນ, ເພື່ອເປັນການລະນຶກເຖິິງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ເພື່ອເປັນການປຸກລະດົມ ປູກຈິດສໍານຶກ ໃຫ້ແກ່ພະນັກງານ-ລັດຖະກອນ ສມປຊ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ເປັນການລະເມີດສິດທິມະນຸດຂອງແມ່ຍິງ ແລະ ຮັບປະກັນ ໃຫ້ມີການປະຕິບັດສິດສະເໝີພາບລະຫວ່າງ ຍິງ-ຊາຍ ບໍ່ວ່າຈະເປັນ ທາງດ້ານການເມືອງ, ເສດຖະກິດ,  ວັດທະນະທໍາ-ສັງຄົມ ກໍຄືຄອບຄົວ. ​ດັ່ງນັ້ນ, ທຸກຄົນໃນສັງຄົມຕ້ອງຕອບຕ້ານ ​ແລະ ສະກັດ​ກັ້ນ​ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ, ​ພ້ອມັທງໃຫ້ການ​ຊ່ວຍ​ເຫຼືອ​ ແກ່​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ, ​ໃຫ້​ຄຳ​ປຶກສາ, ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດໝາຍ ​ແລະ ​ເພີ່ມ​ທະວີ​ໃນ​ການ​ໂຄສະນາ​ເຜີຍ​ແຜ່ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ເຂົ້າ​ໃຈ​ ຢ່າງ​ເລິກ​ເຊິ່ງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ເປັນ​ສິ່ງທີ່​ສັງຄົມ​ຮັບ​ບໍ່​ໄດ້; ສ້າງ​ເງື່ອນ​ໄຂ​ເຮັດ​ໃຫ້​ແມ່​ຍິງໃນ​ຄອບຄົວ ​ໃຫ້​ເຂົ້າ​ເຖິງ​ການ​ສຶກສາ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ແມ່ຍິງ ​ແລະຍົກ​ສູງ​ຄຸນ​ນະ​ພາບ​ຊີວິດ​ ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ ​ແລະຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ