ວັນທີ 28 ຕຸລາ 2020 ຢູ່ທີ່ໂຮງຮຽນມັດທະຍົມສົມບູນໝາກນາວ ເມືອງປາກງື່ມ ຄະນະນັກສຶກສາຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງດັ່ງກ່າວໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຂອງເມືອງ ແລະກຸ່ມບ້ານ ໄດ້ຈັດພິທີເຜີຍແຜ່ເອກະສານນຳພາແນວຄິດການນຳໃຊ້ສື່ສັງຄົມອອນລາຍ ແລະເອກະສານລະບຽບການສັນຈອນທາງບົກ, ໂດຍການເປັນປະທານຂອງ ທ່ານສັນຕິ ໄກສອນ ຮອງເລຂາຄະນະພັກຮາກຖານກຸ່ມບ້ານ, ຄະນະຄູ-ອາຈານ ແລະຄະນະນັກສຶກສາ ຈາກ ສມປຊ, ມີທ່ານ ຮອ ເຊຕັງ ຈັນທະນຸວົງ ຮອງຫົວໜ້າຕຳຫຼວດຈໍລະຈອນປ້ອງກັນຄວາມສະຫງົບເມືອງປາກງື່ມ, ມີຄະນະອຳນວຍການໂຮງຮຽນມັດທະຍົມສົມບູນໝາກນາວ ແລະຄະນະໜ່ວຍຊາວໜຸ່ມທັງ 3 ບ້ານຄື: ບ້ານໝາກນາວດົງ, ໝາກນາວເໜືອ ແລະໝາກນາວໃຕ້ຕະຫຼອດຮອດນັກຮຽນມັດທະຍົມ ມໍ4 – ມໍ7ເຂົ້າຮ່ວມທັງໝົດ 241 ຄົນ, ຍິງ 96 ຄົນ.

ທ່ານ ສັນຕິ ໄກສອນ ຮອງເລຂາຄະນະພັກຮາກຖານກຸ່ມບ້ານໄດ້ກ່າວເປີດກອງປະຊຸມ ທັງຊີ້ນຳໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຕິດຕາມຮັບຟັງທັງສອງເອກະສານທີ່ຈະນຳມາເຜີຍແຜ່ເຊິ່ງມັນກ່ຽວພັນກັບຄວາມປອດໄພໃນການນຳໃຊ້ລົດ ໃຊ້ຖະໜົນ, ຜົນຮ້າຍ ແລະຜົນດີຂອງການນຳໃຊ້ສື່ສັງຄົມອອນລາຍເນື່ອງຈາກວ່າມີຄວາມສຳຄັນ ແລະຕິດພັນກັບການເຄື່ອນໄຫວໃນຊີວິດປະຈຳວັນ. ຫຼັງຈາກນັ້ນ ທ່ານ ຮອ ເຊຕັງ ຈັນທະນຸວົງ ຮອງຫົວໜ້າຕຳຫຼວດຈໍລະຈອນປ້ອງກັນຄວາມສະຫງົບເມືອງປາກງື່ມ ກໍໄດ້ຂຶ້ນເຜີຍແຜ່ທັງສອງເອກະສານດັ່ງກ່າວເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນວ່າໃນໄລຍະຜ່ານມາການນຳໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ບໍ່ຖືກຕ້ອງ ແລະບໍ່ເປັນປະໂຫຍດຍັງພົບເຫັນຫຼາຍໃນສັງຄົມໂດຍສະເພາະພວກອິດທິກຳລັງປໍລະປັກທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງພັກເຮົາແມ່ນໄດ້ນຳໃຊ້ພື້ນທີ່ສື່ສັງຄົມອອນລາຍໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີທຸກຮູບແບບ, ນຳໃຊ້ໃນການຕົວະຍົວະຫຼອກລວງເຊິ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມເຊັ່ນ: ບັນຫາຄ້າມະມຸດ, ລາມົກອານາຈານ ແລະບັນຫາອື່ນໆ, ເຊິ່ງຈຳເປັນຫຼາຍທີ່ພວກເຮົາຈະຕ້ອງເພີ່ມສະຕິ ແລະລະມັດລະວັງໃນການຊົມໃຊ້ ໂດຍສະເພາະການໂພດ ຫຼື ກົດໄລ້ ກົດແຊ ຕ້ອງຄຳນຶງໃຫ້ຖີ່ຖ້ວນສາກ່ອນວ່າຂໍ້ມູນນັ້ນຈິງແທ້ຊ່ຳໃດ, ໜ້າເຊື່ອຖື ຫຼື ບໍ່ ທັງນີ້ແມ່ນເພື່ອຊ່ວຍກັນຕ້ານ ແລະສະກັດກັ້ນກຸ່ມຄົນບໍ່ດີທີ່ຍາມໃດກໍ່ຫວັງທຳລາຍມ້າງເພສ້າງຄວາມເຊື່ອມເສຍໃຫ້ແກ່ປະເທດຊາດຂອງພວກເຮົາ. ພ້ອມດຽວກັນນັ້ນ, ກໍໄດ້ເຜີຍແຜ່ເອກະສານລະບຽບການສັນຈອນທາງບົກເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມປອດໄພໃນການນຳໃຊ້ລົດ, ໃຊ້ຖະໜົນ, ອາຍຸທີ່ເໝາະສົມໃນການຂັບຂີ່ລົດເຊັ່ນ: ລົດຈັກ, ລົດໃຫຍ່, ເຊິ່ງຜູ້ຂັບຂີ່ຄວນມີອາຍຸ 18 ປີຂຶ້ນໄປ, ມີຄວາມພ້ອມທາງດ້ານເອກກະສານການຂັບຂີ່, ການກຽມຄວາມພ້ອມຂອງຜູ້ຂັບຂີ່ ແລະສະພາບຂອງລົດຕ້ອງຢູ່ໃນສະພາບທີ່ຮັບປະກັນ, ການແຊງລົດ, ການໃສ່ໝວກກັນກະທົບ, ເມົາບໍ່ຂັບຂີ່ຕະຫຼອດຮອດການລ້ຽວລົດທີ່ປອດໄພ ແລະປ້າຍເຕືອນຕ່າງໆ ໂອກາດດຽວກັນຍັງໄດ້ຈັດກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍ ແລະເອກະສານລະບຽບການສັນຈອນທາງບົກເພື່ອເປັນການປະເມີນຄວາມຮັບຮູ້ຂອງຜູ້ເຂົ້າຮ່ວມເຊິ່ງເຫັນວ່າມີຄວາມຮັບຮູ້ຫຼາຍສົມຄວນສະແດງອອກໃນການການຕອບຄຳຖາມຂອງນັກຮຽນແມ່ນເຫັນວ່າຖືກຕ້ອງເປັນສ່ວນຫຼາຍ

ຕອນທ້າຍຂອງພິທີຍັງໄດ້ຈັດກິດຈະກໍາແຂ່ງຂັນກິລາບານເຕະ ແລະເປຕັງຮ່ວມກັນ ລະຫວ່າງ ຄະນະພັກອໍານາດການປົກຄອງບ້ານ, ຄະນະໜ່ວຍຊາວໜຸ່ມ, ທີມງານນັກສຶກສາກໍ່ສ້າງຮາກຖານການເມືອງຂອງທັງ 3 ບ້ານ ແລະຄູອາຈານພ້ອມທັງນັກຮຽນໃນໂຮງຮຽນມັດທະຍົມສົມບຸນໝາກນາວເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ນ. ສຸໄພລິນ ອິນພູວຽງ
ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ