ໃນຕອນເຊົ້າວັນທີ 04 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນປະຈໍາປີ 2020 ຂຶ້້ນພາຍໃຕ້ການເປັນປະທານຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປອ. ສີສອນພັນ ບຸນສີ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະໂຮງຮຽນ, ບັນດາພະແນກການຂອງແຂວງ ແລະຄູອາຈານສອນປະຈຳ ແລະຄູອາຈານຮັບເຊີນເຂົ້າຮ່ວມທັງໜົດ 30 ທ່ານ, ຍິງ 6 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວທ່ານ ບຸນຍອງ ອາລິລັກ ຮອງຫົວໜ້າໂຮງຮຽນ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການຄຸ້ມຄອງການຮຽນ-ການສອນປະຈໍາປີ 2020 ແລະທິດທາງແຜນການ 2021 ຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາໂຮງຮຽນການເມືອງແລະການປົກຄອງແຂວງໄຊຍະບູລີ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ, ຄູອາຈານ ແລະນັກສຶກສາຢ່າງເປັນປົກກະຕິສາມາດເຮັດສຳເລັດໜ້າທີ່ໂດຍສະເພາະແມ່ນໄດ້ດຳເນີນຊຸດຮຽນ 3 ລະບົບຮຽນເຊັ່ນ: ລະບົບກໍ່ສ້າງຊັ້ນກາງ 2 ຊຸດມີນັກສຶກສາທັງໜົດ 96 ຄົນ, ຍິງ 22 ຄົນ, ໃນນັ້ນ ສຳເລັດໂຄງການຫຼັກສູດລະບົບກໍ່ສ້າງຊັ້ນກາງໄດ້ 1 ຊຸດ ມີນັກສຶກສາທັງໝົດ 47 ຄົນ, ຍິງ 13 ຄົນ, ປັດຈຸບັນພວມສືບຕໍ່ການຮຽນ-ການສອນ 1 ຊຸດ ມີນັກສຶກສາທັງໝົດ 49 ຄົນ, ຍິງ 9 ຄົນ; ສຳເລັດໂຄງການຫຼັກສູດລະບົບກໍ່ສ້າງຊັ້ນຕົ້ນໄດ້ 4 ຊຸດມີນັກສຶກທັງໜົດ 199 ຄົນ, ຍິງ 50 ຄົນ; ລະບົບຫຼັກສູດບຳລຸງ 10 ວັນ ເລຂາພັກບ້ານ, ນາຍບ້ານ ມີທັງໝົດ 233 ຄົນ, ຍິງ 31 ຄົນ;ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຕີລາຄາຄືນດ້ານດີ, ດ້ານອ່ອນໃນການຈັດຕັ້ງປະຕິບັດຫຼັກສູດໃນໄລຍະຜ່ານມາແລະພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບເນື້ອໃນບາງດ້ານທີ່ຕິດພັນກັບພະນັກງານ-ລັດຖະກອນ, ຄູອາຈານສອນປະຈຳ ແລະຄູອາຈານຮັບເຊີນຂຶ້ນຊີ້ແຈງ ແລະໃນກອງປະຊຸມໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ການຮຽນ-ການສອນຢູ່ໂຮງຮຽນໃຫ້ມີຄຸນນະພາບຕາມມາດຖານໂຮງຮຽນພັດທະນາຄຸນນະພາບດີຂຶ້ນເທື່ອລະກ້າວ.

ພ້ອມກັນນັ້ນ, ໃນຕອນທ້າຍພິທີດັ່ງກ່າວທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມໃນຄັ້ງນີ້ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ, ຄະນະໂຮງຮຽນຕ້ອງໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍດ້ານດີ, ປັບປຸງແກ້ໄຂບັນຫາຈຸດອ່ອນຂໍ້ຄົງຄ້າງ; ເສີມຂະຫຍາຍ ແລະປັບປຸງແບບແຜນວິທີເຮັດວຽກ; ເອົາໃຈໃສ່ໃນການປະກອບຄຳຄິດຄຳເຫັນປັບປຸງຫຼັກສູດການຮຽນ-ການສອນໃນແຕ່ລະລະບົບຮຽນ, ປັບປຸງບົດສອນໃຫ້ຖືກຕ້ອງແທດເໝາະກັບສະພາບການຕົວຈິງ; ສືບຕໍ່ຂຶ້ນແຜນບຳລຸງ-ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ແລະຕັ້ງໜ້າສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນພັດທະນາຄຸນນະພາບຕາມມາດຖານທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດກຳນົດໄວ້.

ຂ່າວ/ພາບໂດຍ: ອຸທິດ ເກດດົມລິ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ