ວັນທີ 20 ພຶດສະພາ 2020 ໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມໄດ້ນໍາເອົາປື້ມຕຳລາການຮຽນ-ການສອນ ມອບໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອເປັນການສົ່ງເສີມປະກອບ ສ່ວນທາງດ້ານຂໍ້ມູນຂ່າວສານ ສມປຊ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໄດ້ນຳໃຊ້ຕຳລາດັ່ງກ່າວເຂົ້າໃນການຮຽນ-ການສອນ ຂອງຕົນໄດ້ຢ່າງມີປະສິດທິຜົນ.

ປື້ມດັ່ງກ່າວເປັນປື້ມວິຊາ ສິ່ງແວດລ້ອມ ສຳລັບ ປະລິນຍາຕີ ຈຳນວນ 100 ຫົວ, ອະນຸປະລິນຍາ 100 ຫົວ ແລະ ປະລິນຍາໂທ 100 ຫົວ ລວມທັງໝົດ 300 ຫົວຄິດເປັນມູນຄ່າທັງໝົດ 24 ລ້ານກີບ ໂດຍການກ່າວມອບຂອງ ທ່ານ ປທ ອິນທະວົງ ໂຄດປັນຍາ ຮັກສາການຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ແລະ ຕາງໜ້າ ສມປຊ ກ່າວຮັບ ຂອງ ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ພ້ອມດ້ວຍ ຄະນະສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ.

ການມອບ-ຮັບ ດັ່ງກ່າວ, ສຸດທີ່ມີຄວາມໝາຍຄວາມສຳຄັນ ໃນການສົ່ງເສີມຄັງຂໍ້ມູນຄວາມຮູ້, ຂ່າວສານຕ່າງໆ ໃຫ້ ຫໍສະໝຸດ ສມປຊ ໄດ້ມີຈຸດເດັ່ນດ້ານຂໍ້ມູນຂ່າວສານ ເວົ້າລວມ, ເວົ້າສະເພາະ ເພື່ອສົ່ງເສີມການອ່ານໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາໃຫ້ມີຄວາມຫຼາກຫຼາຍຂຶ້ນຕື່ມ.