ກິຈະກຳກຳດັ່ງກ່າວ, ມີບັນດາພາກສ່ວນ ກະຊວງ, ອົງການ, ລັດວິສາຫະກິດ ແລະ ໃນນັ້ນມີສະມາຊິກຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມບໍລິຈາກ ຈຳນວນ 6 ທ່ານ, ຍິງ 3 ທ່ານຊຶ່ງນຳພາໂດຍ ທ່ານ ປທ ນ. ຄຳຮູ້ ວິລະທອນ ຄະນະບໍລິຫານງານຊາວໜຸ່ມ ສມປຊ.

      ໃນພິທີໃຫ້ກຽດກ່າວເປີດ ແລະ ໂອ້ລົມຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກສຳຮອງ, ເລຂາຄະນະບໍລິຫານງານຊາວໜຸຸ່ມ ປປລ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ; ກິດຈະກໍາບໍລິຈາກເລືອດຄັ້ງນີ້ເປັນຂະບວນການທີ່ມີເນື້ອໃນຊົມເຊີຍວັນສໍາຄັນກໍ່ຄືວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 65 ປີ (14 ເມສາ 1955-14ເມສາ 2020) ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ-ເຍົາວະຊົນ.

      ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ໄດ້ມີຄຳເຫັນວ່າ: ບຸກຄົນທີ່ປະກອບສ່ວນບໍລິຈາກເລືອດຂອງຕົນເອງນີ້ໃນຈຳນວນ 90 ທ່ານ/ຖົງ ແມ່ນເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນໃດໆ, ນອກນັ້ນທັງເປັນການກະຕຸກຊຸກຍູ້ນໍ້າໃຈ ແລະ ການອອກເຫື່ອແຮງຂອງການຈັດຕັ້ງແຕ່ລະຂັ້ນເຂົ້າໃນວຽກງານມະນຸດສະທໍາ, ການບໍລິຈາກເລືອດຊ່ວຍຊີວິດເປັນວຽກງານໜຶ່ງທີ່ມີ ຄວາມໝາຍສໍາຄັນ ເມື່ອຄົນເຮົາຫາກສູນເສຍເລືອດໃນຮ່າງກາຍເກີນປະລິມານແລ້ວ ສິ່ງທີ່ຈະມາທົດແທນໄດ້ຄືເລືອດຈາກຄົນເທົ່ານັ້ນ. ດັ່ງນັ້ນ, ການຍ້ອງຍໍຊົມເຊີຍຈຶ່ງເປັນການກະຕຸກຊຸກຍູ້ໃຫ້ແກ່ຊັ້ນຄົນຕ່າງໆເຫັນເຖິງຜົນງານ ແລະ ຄຸນງາມຄວາມດີຂອງຜູ້ບໍລິຈາກເລືອດໃນແຕ່ລະໄລຍະ.ຈາກນັ້ນກໍໄດ້ມອບໃບຍ້ອງຍໍຈາກອົງການກາແດງລາວໃຫ້90ທ່ານ.