ວັນທີ 29 ກັນຍາ 2020 ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເດີນທາງໄປແລກປ່ຽນບົດຮຽນນໍາ ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການນໍາພາຂອງ ທ່ານ ປທ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ສມປຊ, ໃຫ້ກຽດໃນການຕ້ອນຮັບຈາກທ່ານ  ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງການພົບປະແລກປ່ຽນບົດຮຽນຄັ້ງນີ້ທັງສອງຝ່າຍມີ ຫົວໜ້າພາກວິຊາ, ຮອງພາກວິຊາ, ຫົວໜ້າພະແນກ, ຮອງພະແນກ ແລະຄູ-ອາຈານເຈົ້າຮ່ວມຢ່າງພ້ອມພຽງ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ມີ 3 ຈຸດປະສົງຫຼັກ ຄື: ໜຶ່ງ, ແລກປ່ຽນກ່ຽວກັບຫຼັກສູດການຮຽນ-ການສອນປະລິນຍາໂທ ສາຂາວິຊາ: ການປົກຄອງ;  ສອງ, ການຈັດຕັ້ງປະຕິບັດການຮຽນ-ການສອນ; ສາມ, ວິທີການຄົ້ນຄວ້າວິທະຍາສາດ.

          ການແລກປ່ຽນບົດຮຽນຄັ້ງນີ້ ໄດ້ຜັດປ່ຽນກັນລາຍງານສະພາບລວມໂດຍຫຍໍ່້ ການເຄື່ອນໄຫວການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະລິນຍາໂທ ແລະການຄົ້ນຄວ້າວິທະຍາສາດ ໂດຍແຕ່ລະຝ່າຍໄດ້ຍົກໃຫ້ເຫັນຜົນສຳເລັດການເຄື່ອນໄຫວການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການພັດທະນາປື້ມຫຼັກສູດ ຕະຫຼອດຮອດການພັດທະນາຄູ-ອາຈານ. ນອກນັ້ນ, ກໍ່ຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ຂອງແຕ່ລະຝ່າຍ. ຈາກນັ້ນ, ກໍໄດ້ປືກສາຫາລືກັນ ເພື່ອຊອກຫາທິດທາງ ແລະວິທີການແກ້ໄຂ ໂດຍການເຫັນດີແລກປ່ຽນຂໍ້ມູນນຳກັນຢ່າງເປັນປົກກະຕິ ເຊັ່ນ: ການພັດທະນາຫຼັກສູດການຮຽນ-ການສອນ, ການແລກປ່ຽນບົດຮຽນ ຂອງຄູ-ອາຈານ ແລະການຮ່ວມມືກັນພັດທະນາຫຼັກສູດຕ່າງໆ.                                

ຖ່າຍພາບ: ສອນທະວີ ສີສະໝັກ
ຂ່າວ: ສົມພອນ ແສງສົມ
ບັນນາທິການໂດຍ: ຄອນສະຫວັນ ແສນຍານຸພາບ