ໃນວັນທີ 1 ຕຸລາ 2020 ທີ່ສະໂມສອນໃຫຍ່, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XVI ແລະ ລະບົບອະນຸປະລິນຍາ ຮຸ່ນທີ XIX ເຊິ່ງນັກສຶກສາທັງ 2 ລະບົບນີ້ ມີຈໍານວນຄື ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XVI 60 ທ່ານ, ຍິງ 14 ທ່ານ ແລະ ອະນຸປະລິນຍາ ຮຸ່ນທີ XIX 60 ທ່ານ, ຍິງ 13 ທ່ານ. ແມ່ນນັກສຶກສາທີ່ຮັບເຂົ້າມາໃໝ່ ເພື່ອສຶກສາທິດສະດີການເມືອງ ແລະການປົກຄອງ ໃນລະບົບໂຮງຮຽນພັກ. ດັ່ງນັ້ນ, ເພື່ອສ້າງຄວາມເຂົ້າໃຈໃນລະບຽບການຕ່າງໆ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ກໍານົດໃວ້ ຈຶ່ງໄດ້ຈັດພິທີປະຖມນິເທດນີ້ຂຶ້ນ ໂດຍມີຄະນະຄູ-ອາຈານທີ່ກ່ຽວຂ້ອງຈາກຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ, ກົມຄຸ້ມຄອງການຮຽນ-ການສອນ ແລະສູນຂໍ້ມູນຂ່າວສານ ໄດ້ຂຶ້ນຫ້ອງບັນລະຍາຍ ອະທິບາຍໃນລະບຽບການຕ່າງໆ ເພື່ອໃຫ້ນັກສຶກສາທັງ 2 ລະບົບໄດ້ເຂົ້າໃຈ ແລະນໍາໄປຈັດຕັ້ງປະຕິບັດໃນຕະຫຼອດໄລຍະທີ່ເຂົ້າມາພັກອາໄສ ແລະສຶກສາຄົ້ນຄວ້າໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແຫ່ງນີ້.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ