ໃນວັນທີ 24 ກັນຍາ ທີ່ຫ້ອງຮຽນ 301 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນນັກສຶກສາຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVII ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີທ່ານ ປອ ນາງ ໄກສອນ ຈັນສີນາ ກຳມະການຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະນັກສຶກສາໃນລະບົບຮຽນດັ່ງກ່າວຈຳນວນ 55 ທ່ານ, ຍິງ 15 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ນັກສຶກສາຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVII ຈະໄດ້ຮຽນຮູ້ຫຼັກມູນພື້ນຖານ ແລະ ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະແນວທາງແຜນນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະຂອງລັດ ຕາມໂຄງການຫຼັກສູດຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັງເປັນການປະກອບສ່ວນບຳລຸງຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ທັດສະນະຫຼັກໝັ້ນການເມືອງຂອງພະນັກງານ ແລະ ມີວິໄສທັດໃນການສັງເກດຕີລາຄາບັນຫາຕ່າງໆໃຫ້ຖືກຕ້ອງ ແລະ ກ້າເບິ່ງບັນຫາ ແລະ ແກ້ໄຂບັນຫາ ໃຫ້ຖືກຕ້ອງກວ່າເກົ່າ.

ປະທານ​ພິທີໄດ້​​ໃຫ້​ຄຳ​ໂອ້ລົມ ແລະ ໃຫ້ທິດ​ຊີ້​ນຳໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງການຮຽນໄລຍະເວລາ 5 ເດືອນ ໃຫ້ ນັກສຶກສາມີຄວາມຕັ້ງໃຈຕໍ່ກັບການສຶກສາ, ຍາດແຍ່ງເອົາຄວາມຮູ້ນຳ ຄູ-ອາຈານ ​ຂອງການຮ່ຳຮຽນທິດສະດີ ແລະ ຄວາມໝາຍຄວາມສຳຄັນຂອງການມາສຶກສາຄົ້ນຄວ້າທິດສະດີການເມືອງ-ການປົກຄອງ ແມ່ນກໍ່ການ​ສ້າງ​ພະ​ນັກ​ງານ​ຂອງ​ການນຳຫຼັກແຫຼ່ງ ເພື່ອ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ວຽກ​ງານ​ພາຍ​ໃນ​ຂອງກົມກອງ ໃຫ້​ມີປະ​ສິດ​ທິ​ຜົນສູງ​ຂຶ້ນກວ່າ​ເກົ່າ ທີ່ມີລັກ​ສະ​ນະ​ນຳ​ໜ້າ ແລະຄວາມ​ເປັນ​ເຈົ້າ​ການ​ຂອງ​ພະ​ນັກ​ງານຕໍ່​ການ​ປະ​ຕິ​ບັດ​ແນວ​ທາງ​, ພ້ອມ​ດຽວ​ກັນ​ນີ້, ກໍ່ເພື່ອ​ສ້າງ​ໃຫ້​ບັນ​ດາ​ສະ​ມາ​ຊິກພັກ, ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງມີ​ທັດ​ສະ​ນະ​ຫຼັກ​ໝັ້ນ​ຊົນ​ຊັ້ນໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດສິນ​ທຳ​ປະ​ຕິ​ວັດ ແລະມີ​ແນວ​ຄິດ​ອຸ່ນ​ອ່​ຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ມີ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ປອດ​ໃສ ແລະມີ​ວິ​ທີ​ການ​ເຮັດ​ວຽກ​ທີ່​ຖືກ​ຕ້ອງເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ