ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດໃນຫົວຂໍ້ “ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ” ຂຶ້ນ ໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2020, ທີ່ສະໂມສອນສອນໃຫຍ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ທີປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີທ່ານ ປອ ນາມ ວິຍະເກດ ກຳມະການສູນກາງພັກ, ຮອງປະທານ, ຜູ້ປະຈຳການສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ປອ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ຮສ ພູວົງ ອຸ່ນຄໍາແສນ, ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ນອກຈາກນີ້ ຍັງມີບັນດາທ່ານການນຳຫຼັກແຫຼ່ງຈາກບັນດາກະຊວງ, ອົງການຂັ້ນສູນກາງ ແລະບັນດາທ່ານໃນໜ່ວຍງານຄົ້ນຄວ້າເນື້ອໃນຂົງເຂດເສດຖະກິດ ຂອງອານຸກຳມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມີບັນດາສະຫາຍຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາພາຍໃນສະຖາບັນ ເຂົ້າຮ່ວມຫຼາຍກວ່າ 350 ກວ່າຄົນ.

ການຈັດຕັ້ງກອງ​ປະຊຸມ​ສໍາ​ມະ​ນາ​ໃນ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສໍາຄັນ​​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກໍາ ຂອງ​ພັກ​ເຮົາ ​ເພາະໄດ້ຈັດ​ຂຶ້ນ​​ໃນ​ຂະນະ​ທີ່​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມຂະບວນການສະເຫຼີມສະຫຼອງວັນບຸນໃຫຍ່ສຳຄັນ ຂອງພັກ​ແລະຂອງຊາດ ເປັນຕົ້ນແມ່ນວັນສ້າງ ພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ. ຫົວຂໍ້ທີ່ນຳມາສຳມະນາໃນຄັ້ງນີ້ປະກອບມີ 8 ຫົວຂໍ້ຍ່ອຍ: ແນວຄິດໄກສອນ ພົມວິຫານ ກ່ຽວກັບໂຄງປະກອບເສດຖະກິດ ສະເໜີໂດຍ: ປອ ດາວສະຫວັນ ເຄືອມີໄຊ, ແນວຄິດໄກສອນ ພົມວິຫານ ກ່ຽວກັບກົນໄກຄຸ້ມຄອງເສດຖະກິດ ສະເໜີໂດຍ: ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ສະເໜີໂດຍ: ປອ ນ. ໄກສອນ ຈັນສີນາ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການຫັນເສດຖະກິດທຳມະຊາດ, ເຄິ່ງທຳມະຊາດໄປສູ່ເສດຖະກິດສິນຄ້າ ສະເໜີໂດຍ: ສຈ ປອ ບຸນທີ ເຄືອມີໄຊ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການຈໍລະຈອນແຈກຢາຍ ສະເໜີໂດຍ: ປອ ນ. ຄຳແພນ ເພັງພັກດີ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການເອົາການຄ້າເປັນຕ່ອງໂສ້, ເອົາຄົມມະນາຄົມເປັນປາຍແຫຼມ ສະເໜີໂດຍ: ປອ ສືລ່າວ ໂຊ້ຕູ້ກີ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການເງິນ, ການທະນາຄານ ສະເໜີໂດຍ: ປທ ອິນທະວົງ ໂຄດປັນຍາ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການພົວພັນເສດຖະກິດກັບຕ່າງປະເທດ ສະເໜີໂດຍ: ປທ ຄົມວິກິດ ສິມມະລີວົງ.ໃນກອງປະຊຸມບັນດານັກວິທະຍາສາດໄດ້ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ຢ່າງເລິກເຊິ່ງ ແລະໃຫ້ຄວາມຈ່າງແຈ້ງໃນຫຼາຍບັນຫາ ເປັນຕົ້ນແມ່ນ:

1). ແນວຄິດການຫັນປ່ຽນໂຄງປະກອບດເສດຖະກິດ, ເຊິ່ງບັນຫາໃຈກາງນັ້ນແມ່ນ ການຫັນຈາກເສດຖະກິດໂຄງປະກອບຈາກສອງພາກສ່ວນເສດຖະກິດມາເປັນ 5 ພາກສ່ວນເສດຖະກິດ, ດ້ວຍຫຼາຍຮູບການກຳມະສິດ, ຫຼາຍຮູບແບບການຈັດຕັ້ງການຜະລິດ ແລະ ຫຼາຍຮູບແບບການແຈກຢາຍ.

2). ບົນພື້ນຖານການຫັນປ່ຽນໂຄງປະກອບເສດຖະກິດ ປະທານໄກສອນ ພົມວິຫານ ໄດ້ສະເໜີປັບປຸງກົນໄກຄຸ້ມຄອງໃໝ່ ໂດຍຫັນຈາກການໄກບໍລິຫານລວມສູນ, ເກື້ອກູນໄປສູ່ກົນໄກລວມສູນປະຊາທິປະໄຕ, ກົນໄກໄລ່ລຽງທຸລະກິດ, ຈໍາແນກແຈ້ງສອງພາລະບົດບາດຄຸ້ມຄອງເສດຖະກິດ ແລະຄຸ້ມຄອງທຸລະກິດ, ນຳໃຊ້ວິທະຍາສາດ-ເຕັກນິກເຂົ້າໃສ່ການຄຸ້ມຄອງ ແລະການຜະລິດ, ຖືປັດໄຈຄົນເປັນສຳຄັນ, ເປັນໃຈກາງ ຂອງການຄຸ້ມຄອງເສດຖະກິດ ໂດຍມີການແບ່ງຂັ້ນຄຸ້ມຄອງເສດຖະກິດອອກຢ່າງຈະແຈ້ງ

3). ກ່ຽວກັບການຫັນຈາກເສດຖະກິດທຳມະຊາດ ໄປສູ່ເສດຖະກິດສິນຄ້າ ແລະສ້າງຊົນນະບົດໃໝ່, ປະທານໄກສອນ ພົມວິຫານ ໄດ້ກຳນົດບາດກ້າວຂັ້ນຕອນຢ່າງລະອຽດຈະແຈ້ງ ເຊິ່ງກ່ອນອື່ນໝົດ ແມ່ນສຸມໃສ່ການຫັນປ່ຽນໂຄງປະກອບເສຖະກິດກະສິກຳ, ກໍານົດຈຸດໝາຍການຜະລິດ, ວາງມາດຕະການຟື້ນຟູປ່າໄມ້, ສ້າງຈຸດສຸມ, ປະຕິບັດນະໂຍບາຍມອບດິນມອບປ່າ, ສ້າງລະບອບສະຫະກອນແບບໃໝ່, ນໍາໃຊ້ລະບອບມອບເໝົາ ແລະປະຕິ ບັດການບໍລິການສອງສົ້ນ, ສ້າງຊົນນະບົດໃໝ່, ນໍາໃຊ້ທຶນ, ເຕັກໂນໂລຊີເຂົ້າສູ່ການຜະລິດ, ເຊີດຊູບົດບາດນໍາພາ ຂອງພັກ ແລະຄວາມສັກສິດການຄຸ້ມຄອງຂອງລັດ.

4). ໃນຂົງເຂດການເງິນ, ເງິນຕາ ແລະທະນາຄານ ປະທານ ໄກສອນ ພົມວິຫານ ໄດ້ເນັ້ນໜັກກ່ຽວກັບການປະຢັດ ແລະສ້າງຄວາມເຂັ້ມແຂງ ຂອງລະບົບທະນາຄານ ເພື່ອສາມາດຕອບສະໜອງໃຫ້ຄວາມຕ້ອງການດ້ານທຶນຮອນ ຂອງຜູ້ເຮັດການຜະລິດທຸລະກິດທີ່ນັບມື້ນັບຫຼາຍຂຶ້ນ. ດ້ານແນວຄິດກ່ຽວກັບການພົວພັນເສດຖະກິດກັບຕ່າງປະເທດ, ເພີ່ນໄດ້ເນັ້ນໜັກ ໃນການສ້າງຄວາມເປັນເຈົ້າຕົນເອງພົວພັນເສດຖະກິດກັບຕ່າງປະເທດ ເພີ່ນຊີ້ນຳວ່າກ້າວເຂົ້າສູ່ໄລຍະໃໝ່

ກອງປະຊຸມສຳມະນາ ໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາກ່ຽວກັບຜັນສຳເລັດນຳໃຊ້ແນວຄິດໄກສອນ ພົມວິຫານ ໃນຕະຫຼອດ ຂະບວນວິວັດແຫ່ງການປ່ຽນແປງໃໝ່ໃນ 35 ປີ ຜ່ານມາ, ເປັນຕົ້ນແມ່ນການນຳໃຊ້ເຂົ້າໃນກຳນົດແນວທາງ, ວາງນະໂຍບາຍ, ຍຸດທະສາດ ການພັດທະນາເສດຖະກິດສອດຄ່ອງ ກັບກົນໄກເສດຖະກິດຕະຫຼາດ, ກາຍເປັນພື້ນຖານທາງດ້ານແນວຄິດ ທິດສະດີອັນໜັກແໜ້ນ, ເປັນທິດນຳສຳຄັນ,​ ເສັ້ນໄໝແດງສອດຫ້ອຍແນວທາງການປ່ຽນແປງໃໝ່ທາງດ້ານເສດຖະກິດຂອງພັກເຮົາ, ເປັນປັດໄຈຕັດສິນຜົນສຳເລັດ ຂອງການປ່ຽນແປງໃໝ່ທາງດ້ານເສດຖະກິດ. ພ້ອມກັນນັ້ນ ກອງປະຊຸມສຳມະນາ ຍັງຍົກໃຫ້ບັນຫາຕັ້ງຂຶ້ນ ໃນການໝູນໃຊ້ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ທາງ ດ້ານເສດຖະກິດໃນໄລຍະຜ່ານ ແລະນຳສະເໜີທິດທາງ, ວິທີການໃນການໝູນໃຊ້ແນວຄິດ ໄກສອນ ພົມວິຫານ ເຂົ້າໃນພຶດຕິກຳຕົວຈິງ.

ອາດເວົ້າໄດ້ວ່າ ແນວຄິດປ່ຽນແປງໃໝ່ທາງດ້ານທາງດ້ານເສດຖະກິດ ຂອງປະທານໄກສອນ ພົມວິຫານ ແມ່ນຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມ ໃນໄລຍະຕົ້ນ ຂອງສະໄໝຂ້າມຜ່ານກ້າວຂຶ້ນ ສັງຄົມນິຍົມຢູ່ປະເທດເຮົາ, ເຊິ່ງມີຄວາມປະດິດສ້າງ, ມີລັກສະນະວິທະຍາສາດບົນພື້ນຖານການນຳໃຊ້ ບັນດາຫຼັກເກນ, ກົດເກນເສດຖະກິດ ແລະຫັນບັນດາຫຼັກເກນ, ກົດເກນດັ່ງກ່າວໃຫ້ກາຍ ເປັນ ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ເພື່ອແນໃສ່ຂຸດຄົ້ນ, ນຳໃຊ້ຄວາມອາດສາມາດບົ່ມຊ້ອນ ຢ່າງມີປະສິດທິຜົນ.

ຜົນສຳເລັດ ຂອງກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້, ຈະເປັນພື້ນຖານອັນສຳຄັນໃຫ້ແກ່ການ ສືບຕໍ່ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ມີຄວາມເລິກເຊິ່ງ, ປະກອບສ່ວນເຂົ້າໃນ ການກຳນົດແນວທາງພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

ບັນນາທິການ: ຄອນສະຫວັນ ແສນຍານຸພາບ
ຂ່າວ: ປທ ນ. ອາພອນ ຂາວພັນ
ຮູບພາບ: ຕາອັອດ ແສນທະວີສຸກ ແລະ ນ. ທິດດາວອນ ດວງປະເສີດ

ຂ່າວອື່ນໆ