ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 29 ປີ (27/2/1995-27/2/2024)

ໃນຕອນເຊົ້້າວັນທີ 27 ກຸມພາ 2024 ຫຼັງຈາກສໍາເລັດພິທີໃສບາດ ແລະວາງກະຕ່າດອກໄມ້ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ນໍາພາໂດຍ: ທ່ານ ປທ. ສົນທະຍາ ເທບນຸຮັກ ຮອງຫົວ ໜ້າຫ້ອງການ ສມປຊ. ສະນັ້ນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີສະເຫຼີມສະ ຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 29ປີ (27/2/1995-27/2/ 2024) ທີ່ສະໂມສອນ ສມປຊ,…

ກອງປະຊຸມສໍາມະນາວິທະຍາສາດ 4 ຝ່າຍຄັ້ງທີ VI ພາຍໃຕ້ຫົວຂໍ້: ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດ

ກອງປະຊຸມສໍາມະນາສາດ 4 ຝ່າຍພາຍໃຕ້ຫົວຂໍ້: ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດ ໄດ້ຈັດຂຶ້ນໃນວັນທີ 23 ກຸມພາ 2024 ທີ່ສະໂມສອນຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາເຄິ່ງມື້, ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ພັຕ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ,…

ກອງປະຊຸມສະຫຼຸບຕີລາຄາວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ດ້ວຍບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງກວ້າງຂວາງ, ເລິກເຊິ່ງ ແລະພວມສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ດ້ວຍຄວາມເຄັ່ງຮ້ອນ, ສຸມທຸກກໍາລັງແຮງ ຂອງປະເທດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ພ້ອມນີ້ກໍ່ພວມຢູ່ໃນໄລຍະສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງພັກ ແລະຂອງຊາດເປັນຕົ້ນແມ່ນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69ປີ.ສະນັ້ນ, ຕອນເຊົ້າໃນວັນທີ 22 ກຸມພາ 2024 ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານເມືອງທ່າພະບາດ ແຂວງບໍລິຄໍາໄຊ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດບັ້ນດໍາເນີນການ ລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານເມືອງທ່າພະບາດ, ແຂວງບໍລິຄໍາໄຊ ເຊິ່ງດໍາເນີນເປັນໄລຍະ 20 ວັນ ນັບແຕ່ວັນທີ 19 ກຸມພາ ຫາທີ 9 ມີນາ 2024, ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຕາງໜ້າ…