ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນຂອງໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ
ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 14 ມີນາ2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫ້ອງການ ສມປຊ, ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກຖືກເຊີນຈາກຕາງໜ້າໜ່ວຍພັກບັນດາຄະນະຕ່າງໆ, ກົມ, ຫ້ອງການ ແລະສູນຕ່າງໆພາຍໃນ ສມປຊ. ໃນກອງປະຊຸມ ສະຫາຍ ປທ ນ.ຈອນນີ…
ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ໃນຕອນເຊົ້າຂອງວັນທີ 13 ມີນາ 2024 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຫະພັນແມ່ຍິງຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ເປີດກອງປະຊຸມໃຫຍ່ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ກໍາມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຢູ່ກຸ່ມບ້ານ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XIX ຫ້ອງ ກ ແລະ ຫ້ອງ ຂ
ໃນຕອນເຊົ້າວັນທີ 8 ມີນາ 2024 ທີ່ສະໂມສອນໃຫຍ່ ຫ້ອງວ່າການເມືອງທ່າພະບາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XIX ຫ້ອງ ກ ແລະ ຫ້ອງ ຂ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ສົມສົດ ແສງອາພອນ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ທ່າພະບາດ…
ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກິດຈະກຳເຕັ້ນແອໂລບິກສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ
ໃນຕອນແລງວັນທີ 7 ມີນາ 2024 ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳເຕັ້ນແອໂລບິກ ຢູທີ່ໜ້າຕຶກ H ສມປຊ, ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນຄົບຮອບ 114 ປີ ເປັນກຽດເຂົ້າຮ່ວມເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະພັກສະຖາບັນ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນໍາວຽກອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ທ່ານ ປອ ນ. ລໍາພູນ ດວນສຸວັນ…
