ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ສະຖາບັນການເມືອ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ

ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ອວຍພອນຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025, ຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະສະຫະພັນແມ່ຍິງ ສມປຊ ຕ້ອນຮັບການເຂົ້າອວຍພອນ ຂອງສະຫະພັນແມ່ຍິງກອງທັບ, ກະຊວງປ້ອງກັນປະເທດ ນຳໂດຍ: ທ່ານ ພົຈວ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະເຂົ້າອວຍພອນເນື່ອງໃນໂອກາດວັນຄູແຫ່ງຊາດ.          ໃນພິທີ ໄດ້ໃຫ້ກຽດຕ້ອນຮັບຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7.10. 1994-7.10.2025)

ໃນຕອນເຊົ້າວັນທີ 9 ຕຸລາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7.10. 1994-7.10.2025) ໃຫ້ກຽດເປັນປະທານໂດຍ: ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ, ທ່ານ ສີວອນ ບຸດດາຈັນ ເລຂາໝ່ວຍພັກ,ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະພັກ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດ ຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2024-2025 ແລະທິດທາງແຜນການສົກຮຽນ 2025-2026

ໃນວັນທີ 9 ຕຸລາ 2025 ກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະຈຳສົກຮຽນ 2024-2025 ແລະ ທິດທາງແຜນການສົກຮຽນ 2025-2026 ຂຶ້ນຢູ່ທີ່ສະໂມສອນໃຫຍ່ ສ ມປຊ ເຊິ່ງກອງປະຊຸມດັ່ງກ່າວດໍາເນີນເປັນເວລາ 1 ວັນ,​ ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ,…

ກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ສມປຊ ແລະປາຖະກະຖາວັນປະກາດເອກະລາດ ຄົບຮອບ 80 ປີ ແລະວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ

     ໃນຕອນເຊົ້າ ຂອງວັນທີ 8 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ສມປຊ ແລະປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະວັນສ້າງຕັ້ງການ ທູດລາວ ຄົບຮອບ 80 ປີ…

ຂ່າວອື່ນໆ