ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ເປີດຊຸດຮຽນໃໝ່ ທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ XIX
ເພື່ອປະກອບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການປົກຄອງ ແລະ ການບໍລິຫານ, ວຽກງານກໍ່ສ້າງພັກ-ພະນັກງານນຳພາ, ພະນັກງານຫຼັກແຫຼ່ງ ຢູ່ຂັ້ນຂະແໜງການອ້ອມຂ້າງ ແລະ ບັນດາເມືອງໃຫ້ມີຄວາມຮັບຮູ້, ຄວາມສາມາດໃນການນຳພາ ແລະ ການຄຸ້ມຄອງ. ວັນທີ່15 ຕຸລາ 2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນ ຮຸ່ນທີ XIX ປະຈຳປີ 2021 ທີ່ສະໂມສອນຂອງເມືອງງາ ໂດຍການເປັນປະທານຂອງທ່ານ ວຽງໄຊ…