ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ການນຳຂັ້ນສູງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ ແລະແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 29 ເມສາ ຫາ 1 ພຶດສະພາ 2025

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025 ເວລາ 8:30 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ່ນທີ IV ຂຶ້ນ, ໃຫ້ກຽດເປັນປະທານຮ່ວມໂດຍແມ່ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການການປົກຄອງແຫ່ງຊາດ ແລະ ສະຫາຍ ນາງ ວຽນວິໄລ…

ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສອງສະຖາບັນຮ່ວມກັບອົດສະຕາລີ

ໃນວັນທີ 27-29 ເມສາ 2025 ທີ່ຜ່ານມາ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງນຳໂດຍ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນັກວິທະຍາສາດ ໄດ້ສຳເລັດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ 2 ສະຖາບັນ ຮ່ວມກັບອົດສະຕາລີ, ເຊິ່ງກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຄັ້ງວັນທີ 28 ເມສາ 2025 ຢູ່ທີ່ແຂວງ ແທັງຮົ້ວ…

ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ​ປີດ​ຊຸດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ ​ຂັ້ນກາງ ຂັ້ນກາງ ຮຸ່ນທີ 2 ແລະ ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 3

ໃນວັນທີ 30 ເມສາ 2025 ຢູ່ທີ່ຫໍວັດທະນະທໍາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 2 ແລະ ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 3 , ໂດຍການເປັນປະທານ ຂອງ ທ່ານ ປອ ດາວສະຫວັນ ເຄືອຄຳມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ…

ກອງປະຊຸມສຳມະນາລະດັບກະຊວງພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ”

ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນໃນຕອນເຊົ້າ ຂອງວັນທີ 30 ເມສາ 2025, ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລວິທະຍາສາດສຸຂະພາບ (ວິທະຍາເຂດ ດົງໂພສີ), ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ວຽກງານສາທາລະນະສຸກ”. ໃຫ້ກຽດເປັນປະ ທານຊີ້ນຳກອງປະຊຸມ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ…