ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດຕັ້ງພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກສູນກາງພັກກອມມູນິດຈີນ ເພີ່ມທະວີການຮ່ວມມືແລກປ່ຽນທິດສະດີ ແລະການບໍາລຸງສ້າງພະນັກງານ ພິທີເປີດຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XV ພິທິສະຫຼຸບວຽກງານຈັດຕັ້ງໄລຍະ 5ປີ (2021-2025) ແລະທິດທາງແຜນການວຽກງານຈັດຕັ້ງ 5ປີ (2026-2030) ປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນເຂົ້າໃສ່ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ພິທີປິດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງແລະການປົກຄອງແຂວງ, ນະຄອນຫຼວງວຽງຈັນ ປະຈຳປີ 2024 ແລະທິດທາງແຜນການໃນຕໍ່ໜ້າສໍາເລັດລົງຈົບງາມ

        ໃນວັນທີ19ພະຈິກ 2024 ທີ່ສະໂມສອນ ເມືອງບຸນເໜືອ ແຂວງຜົ້ງສາລີ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດພິທີປິດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງ ແລະການປົກຄອງແຂວງ, ນະຄອນຫຼວງວຽງຈັນ ປະຈຳປີ 2024 ແລະທິດທາງແຜນການໃນຕໍ່ໜ້າສຳເລັດລົງຢ່າງຈົບງາມ; ພາຍໃຕ້ການເປັນປະທານ ໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ, ຄະນະນຳ,…

ພິທີເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ ໂຮງຮຽນກາານເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນປະຈຳສົກປີ 2023-2024 ແລະທິດທາງແຜນການປະຈໍາສົກປີ 2024-2025

          ໃນວັນທີ 18 ພະຈິກ 2024 ທີ່ ສະໂມສອນເມືອງບຸນເໜືອ ແຂວງຜົ້ງສາລີ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງ ແລະ ການປົກຄອງແຂວງນະຄອນຫຼວງ ປະຈຳປີ 2024 ແລະທິດທາງແຜນການໃນຕໍ່ໜ້າ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…

ກອງປະຊຸມຜ່ານບົດລາຍງານການເມືອງ ແລະທາບທາມບຸກຄະລາກອນ ກະກຽມກອງປະຊຸມໃຫ່ຍສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີVI

        ສະຫະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານບົດລາຍງານການເມືອງ ແລະທາບທາມບຸກຄະລາກອນ ເພຶ່ອກະກຽມກອງໃຫຍ່ສະຫະພັນກໍາມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄັ້ງທີ VI ຂອງຕົ້ນຂຶ້ນ ໃນຕອນແລງວັນທີ 14 ພະຈິກ 2024 ທີ່ສະໂມສອນໃຫຍ່ ສມປຊ, ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ ມີຄະນະແມ່ຍິງຮາກຖານເສດຖະກິດຄອບຄົວ,…

ຂະບວນການທັດສະນະສຶກສາ ຂອງນັກສຶກສາປະລິນຍາໂທ ຮຸ່ນທີ XIX

       ໃນຕອນເຊົ້າວັນທີ 15 ພະຈິກ 2024ຄະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດໄດ້ນໍາພານັກ ສຶກສາປະລິນຍາໂທຮຸ່ນທີ XIX ໄປທັດສະນັກສຶກສາ ທີ່ສູນພັດທະນາ ແລະບໍລິການດ້ານການກະເສດຫ້ວຍຊອນ ແລະຫ້ວຍຊົ້ວ ນໍາພາຂະບວນໄປທັດສະນະຄັ້ງນີ້ໂດຍ: ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະເສດຖະສາດການ ເມືອງ ແລະຄຸ້ມຄອງເສດຖະກິດ ແລະໃຫ້ກຽດຕ້ອນຮັບຂະບວນການດັ່ງກ່າວໂດຍ: ທ່ານ ລໍາພອນ ພົນສີລາ ຮອງຫົວໜ້າສູນພັດທະນາຫ້ວຍຊອນ ແລະຫ້ວຍຊົ້ວ ເຊິ່ງມີຜູ້ເຂົ້າຮ່ວມຂະບວນໄປທັດສະນະສຶກສາຄັ້ງນີ້ຈໍານວນ…