Month: October 2020

ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອວຍພອນວັນສ້າງຕັ້ງພັກແຮງງານເກຼົາຫລີ ຄົບຮອບ 75 ປີ (10/10/1945-10/10/2020)

ໃນວັນທີ 8 ຕຸລາ 2020, ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າອວຍພອນ ທ່ານ ລີຢອງໂຊລ ເອກອັກຄະລັດຖະທູດແຫ່ງ ສປປ ເກຼົາຫລີ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກຼົາຫລີ ຄົບຮອບ 75 ປີ (10/10/1945-10/10/2020)       ການເຂົ້າອວຍພອນຄັ້ງນີ້, ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ນໍາເອົາຄໍາອວຍພອນອັນປະເສີດ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະອາລົມຈິດແຫ່ງການສະໜັບສະໜູນອັນລົ້ນເຫຼືອຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ…

ໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກ ຈັດກອງປະຊຸມສະຫຼຸບຖອດຖອນ ບົດຮຽນການຈັດຕັ້ງປະຕິບັດ ໂຄງການຫຼັກສູດການຮຽນ-ການສອນໄລຍະຜ່ານມາ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ສົກປີ2019-2020ແມ່ນໄດ້ຈັດຂື້ນໃນວັນທີ 7 ຕຸລາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກໃຫ້ກຽດເປັນປະທານໂດຍ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ສມປຊ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ມີຄະນະໂຮງຮຽນການເມືອງ ແລະການປົກຄອງແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ.ພະນັກງານ-ຄູອາຈານພາຍໃນໂຮງຮຽນການເມືອງການ ແລະປົກຄອງແຂວງຈໍາປາສັກເຂົ້າຮ່ວມທັງໝົດ 22 ທ່ານ.      ໃນກອງປະຊຸມຄັ້ງນີ້ທ່ານ ປທ ນາງ ບຸນເຫຼືອ ແສງສະຫວັດ ຮອງຫົວໜ້າໂຮງຮຽນການເມືອງ…

ໜ່ວຍພັກນັກສຶກສາ ປະລິນຍາຕີ 25 ກ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ.

ໃນຕອນບ່າຍ ຂອງວັນສຸກ ວັນທີ 9 ຕຸລາ 2020 ນີ້ ໜ່ວຍພັກຮາກຖານນັກສຶກສາປະລິນຍາຕີຫ້ອງ ກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານ ນັກສຶກສາປະລິນຍາຕີ 25 ຫ້ອງ ກ ໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ນາງ ໃບຊ່ຽນ ມູນຕິວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີບັນດາສະຫາຍແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງຕະຫຼອດຮອດສະມາຊິກພັກນັກສຶກສາ ປະລິນຍາຕິຮຸ່ນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສໍາເລັດການຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະ ໃຫ້ຄະນະບໍລິຫານວິສາຫະກິດຂອງລັດ ຊຸດທີ III

ວັນທີ 02 ຕຸລາ 2020 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5  ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໄດ້ຈັດພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະ ໃຫ້ຄະນະບໍລິຫານວິສາຫະກິດຂອງລັດ ຊຸດທີ III ພາຍຫຼັງດໍາເນີນມາເປັນເວລາ 5 ວັນເຕັມ. ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ, ມີແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ສມປຊ…