ໃນຕອນບ່າຍ ຂອງວັນສຸກ ວັນທີ 9 ຕຸລາ 2020 ນີ້ ໜ່ວຍພັກຮາກຖານນັກສຶກສາປະລິນຍາຕີຫ້ອງ ກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານ ນັກສຶກສາປະລິນຍາຕີ 25 ຫ້ອງ ກ ໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ນາງ ໃບຊ່ຽນ ມູນຕິວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີບັນດາສະຫາຍແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງຕະຫຼອດຮອດສະມາຊິກພັກນັກສຶກສາ ປະລິນຍາຕິຮຸ່ນ 25 ກໍ ເຂົ້າຮ່ວມຢ່າງພ້ອມພຽງ.

        ສະຫາຍ ນາງ ລາລີວັນ ວົງພະຈັນ ຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຕາງໜ້າຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍ ການອະນຸມັດເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 04 ສະຫາຍ, ຍິງ 01 ສະຫາຍ ເຊິ່ງໄລຍະ 1  ປີ ຜ່ານມາພວກກ່ຽວແມ່ນຢູ່ພາຍໃຕ້ການຊີ້ນຳໆ ພາຂອງໜ່ວຍພັກຮາກຖານນັກສຶກສາ ປະລິນຍາຕີ 25 ກ ຜ່ານການຕິດຕາມກວດກາ ແລະ ກໍ່ສ້າງ ພວກກ່ຽວກໍເຫັນວ່າໄດ້ເອົາໃຈໃສ່ເຮັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ມີຜົນສຳເລັດໃນຫຼາຍດ້ານ. ດັ່ງນັ້ນ ຈຶ່ງໄດ້ສະເໜີຂັ້ນເທິ່ງພິຈາລະນາເພື່ອເລື່ອນຈາກສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ.

            ໃນຕອນທ້າຍຂອງພິທີກໍ່ໄດ້ຮັບຟັງຄຳໂອ້ລົມຈາກ ສະຫາຍ ນາງ ໃບຊ່ຽນ ມູນຕິວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເຊິ່ງຄຳໂອ້ລົມຂອງສະຫາຍລ້ວນແລ້ວແຕ່ມີຄວາມໝາຍສຳຄັນເພື່ອນຳໄປຈັດຕັ້ງປະຕິບັດໃນໜ້າທີໃຫ້ເກິດຜົນເປັນຈິ່ງ. ຈາກນັ້ນຕ່າງໜ້າສະມາຊິກພັກສົມບູນກໍໄດ້ຂຶ້ນຮັບເອົາຄຳເຫັນໂອ້ລົມຈາກສະຫາຍ ເພື່ອນໍາໄປເຊື່ອມ ແລະຈັດຕັ້ງປະຕິບັດໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ.

ຂ່າວ/ພາບ: ທ. ສີພັນ ງອນວັນຄຳ ນສ ປຕ ຮຸ່ນທີ 25 ຫ້ອງ ກ