ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ກອງປະຊຸມສະຫຼຸບຖອດຖອນບົດຮຽນ; ປະກອບຄໍາເຫັນໃສ່ຄໍາເເນະນໍາ; ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະມອບ-ຮັບບັດສະມາຊິກພັກ

ໃນຕອນເຊົ້້າວັນທີ 11 ມິຖຸນາ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ; ປະກອບຄໍາເຫັນໃສ່ຄໍາເເນະນໍາ; ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະມອບ-ຮັບບັດສະມາຊິກພັກ ໃຫ້ກຽດເປັນປະທານຮ່ວມໂດຍສະຫາຍ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກພະນັກງານ, ຄູ-ອາຈານ, ໜ່ວຍພັກນັກສຶກສາປະລິນຍາໂທຫ້ອງ ຮຸ່ນທີ…

ພິທີຮັບສະມາຊິກພັກສໍາຮອງ ແລະເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ

ໃນວັນທີ 10 ມິຖຸນາ 2025 ແລະ ວັນທີ 12 ມິຖຸນາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫັດ (H) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ແລະເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ 3 ໜ່ວຍພັກຮາກຖານ ຄື: ໜ່ວຍພັກຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ; ໜ່ວຍພັກຮາກຖານຫ້ອງການ;​ ໜ່ວຍພັກຮາກຖານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ…

ໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບ ຂອງຄະນະໜ່ວຍພັກຮາກຖານ ຄັ້ງທີ VI ຮອບທີ 1

ໃນວັນທີ 10 ມິຖຸນາ 2025 ໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຕິດພັນກັບການປະກອບຄຳຄິດຄຳເຫັນໃສ່ຮ່າງເນື້ອໃນກອງປະຊຸມໃຫ່ຍ ຂອງໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື ຄັ້ງທີ VI ຮອບທີ 1, ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມນ້ອຍຊັ້ນ 2 ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື ໂດຍການເປັນປະທານຂອງ ສະຫາຍ ປທ ກົງຈັກ ສີສະຫວາດ ເລຂາໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື,…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນກາງ  ຮຸ່ນທີ IIIແລະເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ IV

ໂດຍປະຕິບັດຕາມ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນ ການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັທີ 24 ຕຸລາ 2019, ຕາມຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ສະບັບເລກທີ 746/ສມປຊ, ນະຄອນຫຼວງວຽງຈັນ,…