ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ເພື່ອເປັນການຫວນຄືນມວນເຊື້ອອັນພິລາດອາດຫານ ຂອງແມ່ຍິງລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສມປຊ ໃນພິທີໃຫ້ກຽດເປັນປະທານ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີທ່ານ ປອ ນ. ລຳພູນ…

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ຫົວ​ຂໍ້​: “ບົດ​ຮຽນການ​ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ​ຢູ່ 6 ແຂວງ​ພາກ​ເໜືອ”ທີ​່ແຂວງໄຊ​ຍະ​ບູ​ລີ

ໃນວັນ​ທີ 11 ກໍ​ລະ​ກົດ 2025 ຢູ່​ທີ່​ໂຮງ​ຮຽນການ​ເມືອງ ແລະ ການ​ປົກ​ຄອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ​ຫົວ​ຂໍ້: ”ບົດ​ຮຽນ​ການ​ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດເປັນ​ເຈົ້າ​ຕົນ​ເອງ ຢູ່ 6 ແຂວງ​ພາກ​ ເໜືອ” ໂດຍໃຫ້​ກຽດ​ເປັນ​ປະ​ທານ ຂອງ​ທ່ານ ຮ​ສ ພູ​ວົງ​ ອຸ່ນ​ຄຳ​ແສນ, ​​ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ແລະ ກາ​ນ​ປົກ​ຄອງ​ແຫ່ງ​ຊາດ​. ມີທ່ານ ດວງ​ຕາ ໄຊ​ວຸດ ຮອງ​ເລ​ຂາ​ພັກ​ແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ແນວ​ຄິດ…

ພິທີປາຖະກະຖາ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (14 ເມສາ 1955-14 ເມສາ 2025) ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປອ ນ. ດາວອນ ບຸດທະນຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມສະຖາບັນການເມືອງ…

ກອງປະຊຸມທາບທາມຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະໄໝທີ VI ຮອບທີ 2.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມທາບທາມຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສມປຊ ສະໄໝທີ V ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ສມປຊ ສະໄໝທີ 6 ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສມປຊ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ…