Month: September 2023

ກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້ “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່” ຢູ່ ແຂວງ ອັດຕະປື

ໃນວັນທີ 6-7 ກັນຍາ 2023 ຢູ່ທີ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອັດຕະປື ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດຂຶ້ນໃນຫົວຂໍ້ “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່” ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ຮອງປະທານສະພາທິດສະດີສູນກາງພັກ, ມີ ທ່ານ ປອ ດາວສະຫວັນ ເຄືອມີໄຊ,…

ໂຮງຮຽນການເມືອງແຂວງຫູໜານ ພົບປະ, ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ໂຮງຮຽນການເມືອງແຂວງຫູໜານ ໄດ້ພົບປະ, ຢ້ຽມຢາມ ແລະແລກປ່ຽນບົດຮຽນ ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນເຊົ້າຂອງວັນທີ 6 ກັນຍາ 2023 ທີ່ຫ້ອງຮັບແຂກ ສມປຊ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ພ້ອມດ້ວຍຕາງໜ້າແຕ່ລະພາກສ່ວນພາຍໃນ ສມປຊ ແລະນຳພາຄະນະຜູ້ແທນການພົບປະ, ຢ້ຽມຢາມ ແລະແລກປ່ຽນບົດຮຽນຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດປະຈໍາປີ 2023 ທີ່ແຂວງອັດຕະປື

ໃນຕອນເຊົ້າ ວັນທີ 04 ກັນຍາ 2023 ທີ່ສະໂມສອນໃຫຍ່ແຂວງອັດຕະປື, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດ ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ: ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີສະຫາຍໃນຄະນະປະຈໍາພັກ, ຄະນະອໍານວຍການ…

ໂຮງຮຽນການ​ເມືອງ ແລະ ການ​ປົກຄອງ​ແຂວງສະຫວັນນະເຂດ ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III

ພິທີເປີດຊຸດຮຽນຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຢູ່ຂັ້ນເມືອງ, ພະແນກການຂອງແຂວງສະຫວັນນະເຂດແມ່ນດຳເນີນໄປພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນການຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ໂດຍສະເພາະຢູ່ແຂວງສະຫວັນນະເຂດພວມອອກແຮງແຂ່ງຂັນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງໃຫ້ເຂົ້າສູ່ລວງເລິກ.        ໃນພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 1 ກັນຍາ 2023 ທີ່ສະໂມສອນ ໂຮງຮຽນການ​ເມືອງ ແລະການ​ປົກຄອງ​ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ…