ຂ່າວຫຼ້າສຸດ

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ຢ່າງຄຶກຄື້ນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ

ໃນຕອນເຊົ້າວັນທີ 23 ທັນວາ 2025 ຢູ່ທີ່ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມເຜີຍແຜ່ການຄົ້ນຄວ້າວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງຈັດສັນທີ່ດິນໃຫ້ປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ” ແລະ “ຄວາມກົມກຽວລະຫວ່າງການພັດທະນາພະລັງງານເຂື່ອນໄຟຟ້າ ຕິດພັນກັບການພັດທະນາທ່ອງທ່ຽວ”. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ…

ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນການສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງ ແລະຍົກສູງຂີດຄວາມສາມາດໃນການຕອບສະໜອງຂໍ້ມູນຂ່າວສານ ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ບັນດານັກອ່ານ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ໃນຕອນເຊົ້າຂອງວັນທີ 19 ທັນວາ 2025 ນີ້ໄດ້ມີພິທີມອບ-ຮັບປຶ້ມກົດໝາຍ ແລະລະບຽບການຕ່າງໆ ຢ່າງເປັນທາງການ ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.          ໃນພິທີອັນມີຄວາມໝາຍສຳຄັນນີ້, ໃຫ້ກຽດກ່າວມອບໂດຍ ທ່ານ ບຸນລ້ອມ ດວງມະລາ, ຮອງຫົວໜ້າກົມໂຄ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV

ໃນຕອນເຊົ້າ ຂອງວັນທີ 16 ທັນວາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ໂດຍການເປັນປະທານ ຂອງທ່ານ ຄໍາພາ ພິລາວົງ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ ແຂວງຊຽງຂວາງ ແລະ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານຄູ-ອາຈານ,…

ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ

ໃນ​ຕອນ​ເຊົ້າ​ ຂອງວັນ​ທີ 17 ທັນ​ວາ ​2025 ນີ້ ​ຢູ່​ທີ່ໂຮງ​ຮຽນ​ການ​ເມືອງ ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ​ ໄດ້​ຕອນ​ຮັບ​ ສະ​ຫາຍ ຫງວຽນ ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມ ແຫ່ງ​ ສ​ສ ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ ທີ​ເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ​ແຂວງ​ໄຊ​ຍະ​​ບູ​ລີ ໂດຍ​ໃຫ້​ກຽດ​ຕ້ອນ​ຮັບ ໂດຍ ​ທ່ານ ເພັງ​ນິ​ລັນ ຄຳ​ພັນ​ເພັງ ເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ ​ແຂວງໄຊຍະບູລີ ໃນ​ພິ​ທີ​ຕ້ອນ​ຮັບ​ນີ້​ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະ​ຊຸມ​ນ້ອຍ…

ຂ່າວອື່ນໆ