ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງໃຫ້ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ຊຸດທີ 3

ໃນຕອນເຊົ້າ 8:00 ໂມງ ວັນທີ 19 ຕຸລາ 2020 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງຕາມຫົວຂໍ້ສະເພາະໃຫ້ ເລຂາພັກເມືອງ, ຄະນະປະຈະພັກເມືອງ ພາຍໃຕ້ການເປັນເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ມີ ຄະນະພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຜູ້ຕາງໜ້າບັນດາໜ່ວຍງານຂັ້ນກົມ ທົ່ວ ສມປຊ ແລະນັກສໍາມະນາກອນເຂົ້າຮ່ວມໂດຍພ້ອມພຽງ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດບັ້ນລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຢູ່ເມືອງປາກງື່ມ

ວັນທີ 15 ຕຸລາ 2020 ທີ່ຫ້ອງວ່າການປົກຄອງເມືອງປາກງື່ມ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດບັ້ນລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຢູ່ບັນດາກຸ່ມບ້ານ ຂອງເມືອງປາກງື່ມ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳໝູນ ຕຽງທະລາດ ເລຂາພັກເມືອງ, ເຈົ້າເມືອງປາກງື່ມ ແລະ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ, ມີບັນດານາຍບ້ານ…

ເມືອງແປກແຂວງຊຽງຂວາງປີດຊຸດຮຽນ ທິດສະດີການເມືອງ ແລະການປົກຄອງແຂວງ ລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີີ VI

ໃນວັນທີ 9 ຕຸລາ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງແປກ ແຂວງຊຽງຂວາງ ຈັດພິທີປີດຊຸດຮຽນຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ກົງທະນູ ອຸ່ນສະຫວັນ ເລຂາພັກເມືອງ ເຈົ້າເມືອງແປກ, ທ່ານ ປທ ຄຳຜຸຍ ໂນລາ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາຜູ້ຕາງໜ້າຈາກບັນດາຫ້ອງການ, ບ້ານພາຍໃນເທດສະບານ ແລະບັນດາຄູ-ອາຈານ, ນັກສຶກສາເຂົ້່າຮ່ວມຢ່າງພ້ອມພຽງ. ພິທີດັ່ງກ່າວ ທ່ານ ປທ ຄໍາຜຸຍ ໂນລາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນລະບົບຊັ້ນຕົ້ນ…

ລັດວິສາຫະກິດໄຟຟ້າລາວ ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ, ຊຸດທີ XIII

ໃນຕອນເຊົ້າ ວັນທີ 9 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 4 ຕຶກສູນຝຶກອົບຮົມລັດວິສາຫະກິດໄຟຟ້າລາວ ໄດ້ເປີດຊຸດຝຶກອົບຮົມໄລຍະສັ້ນ 45 ວັນ ຊຸດທີ XIII ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ຄໍາມະນີ ອິນທິລາດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລງງານ ແລະບໍ່ແຮ່, ສະຫາຍ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ສະຫາຍ…

ຂ່າວອື່ນໆ