ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ​ແລະ ປຶກສາຫາລືວາງທິດທາງແຜນການຄົ້ນຄວ້າໃນ 6 ເດືອນທ້າຍປີ 2020 ຂຶ້ນ ໃນຕອນເຊົ້າຂອງວັນ 4 ມິຖຸນາ ນີ້ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງທ່ານປອ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ…

ກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້ “ການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ”

ໃນວັນອັງຄານ ວັນທີ 03 ມີຖຸນາ 2020 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 65 ປີ ພາຍໄຕ້ຫົວຂໍ້: ການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ, ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ ການເປັນປະທານຮ່ວມ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະການ ປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີ: ຄະນະພັກ, ຄະນະອໍານວຍການ, ຫົວຫນ້າກົມ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກິດຈະກຳ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ພິທີປູກຕົ້ນໄມ້ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ສມປຊ ໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 29ພຶດສະພາ 2020ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະ, ມີບັນດາ ຫ້ອງການ, ກົມ, ຄະນະວິຊາ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນພົມວິຫານ ແລະ ນັກສຶກສາເຂົ້າຮ່ວມ. ໂອກາດນີ້, ທ່ານ ຮສ ພູວົງ…

ໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ມອບປື້ມແບບຮຽນ ວິຊາສິ່ງແວດລ້ອມ ໃຫ້ ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ວັນທີ 20 ພຶດສະພາ 2020 ໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມໄດ້ນໍາເອົາປື້ມຕຳລາການຮຽນ-ການສອນ ມອບໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອເປັນການສົ່ງເສີມປະກອບ ສ່ວນທາງດ້ານຂໍ້ມູນຂ່າວສານ ສມປຊ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໄດ້ນຳໃຊ້ຕຳລາດັ່ງກ່າວເຂົ້າໃນການຮຽນ-ການສອນ ຂອງຕົນໄດ້ຢ່າງມີປະສິດທິຜົນ. ປື້ມດັ່ງກ່າວເປັນປື້ມວິຊາ ສິ່ງແວດລ້ອມ ສຳລັບ ປະລິນຍາຕີ ຈຳນວນ 100 ຫົວ, ອະນຸປະລິນຍາ 100 ຫົວ ແລະ ປະລິນຍາໂທ 100 ຫົວ ລວມທັງໝົດ 300…

ຂ່າວອື່ນໆ