Month: September 2023

ກອງປະຊຸມເຜີຍແຜ່ນິຕິກຳ ການສະເໜີຂໍທຶນການຄົ້ນຄວ້າວິທະຍາສາດ ຈາກກອງທຶນສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ແລະການສະເໜີຕຳແໜ່ງວິຊາການຄູ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບການສະເໜີຂໍທຶນການຄົ້ນຄວ້າວິທະຍາສາດ ຈາກກອງທຶນສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແລະການສະເໜີຕຳແໜ່ງວິຊາການຄູ, ເພື່ອສ້າງຄວາມເອກະພາບ, ຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ກັບການຄົ້ນຄວ້າວິທະຍາສາດພາຍໃນ ສມປຊ, ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ຮອງປະທານສະພາວິທະຍາສາດ ສມປຊ, ມີບັນດາຫົວໜ້າກົມ, ຫົວໜ້າຄະນະ, ມີຕາງໜ້າຈາກກອງທຶນສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະກິລາ, ມີພະນັກງານ, ຄູ-ອາຈານ, ນັກວິທະຍາສາດ…

ພິທີເປີດ ຂະບວນການແຂ່ງຂັນກິລາຂອງ 3 ອົງການຈັດຕັ້ງມະຫາຊົນ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ III

ວັນ​ທີ 18 ກັນຍາ 2023 ນີ້, 3 ອົງການຈັດຕັ້ງມະຫາຊົນ ຮາກຖານ ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ເປັນເຈົ້າພາບຈັດງານຂະບວນການແຂ່ງຂັນກິລາຂອງ 3 ອົງການຈັດຕັ້ງມະຫາຊົນທົ່ວ ສມປຊ ຄັ້ງທີ III ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມຮັບຊົມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ,…

ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳພາສະມາຊິກເຝິກອົບຮົມການເຮັດເຂົ້າໜົມ ທີ່ ວິທະຍາໄລເຕັກນິກ ປາກປ່າສັກ

ໃນລະຫວ່າງວັນທີ 12-15 ກັນຍາ ສະຫະພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາສະມາຊິກກຳມະບານ 12 ທ່ານ ແລະແມ່ຍິງຮາກຖານເສດຖະກິດຈຳນວນ 2 ທ່ານ (ເພດຍິງລວມທັງໝົດ 14 ທ່ານ) ເຂົ້າຮ່ວມການເຝິກອົບຮົມການເຮັດເຂົ້າໜົມ ທີ່ ວິທະຍາໄລເຕັກນິກ ປາກປ່າສັກ ເພື່ອຕອບສະໜອງຄວາມຕ້ອງການໃນງານປະຊຸມ, ພິທີປ້ອງກັນ ແລະກິດຈະກຳຕ່າງໆ ພາຍໃນ ສມປຊ ເພື່ອການສ້າງລາຍຮັບເຂົ້າຄັງລວມ ແລະສ້າງເສດຖະກິດຄອບຄົວ. ການເຝິກອົບຮົມຄັ້ງນີ້ ແມ່ນການເປັນຄະນະປະທານຮ່ວມໂດຍ: ທ່ານ ປອ…

ກອງປະຊຸມຖອດຖອນບົດຮຽນ ໃນລະບົບໂຮງຮຽນພັກທົ່ວປະເທດ ປະຈໍາປີ 2023 ທີ່ແຂວງອັດຕະປື ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ໃນຕອນບ່າຍຂອງວັນທີ 07 ກັນຍາ 2023 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໄດ້ຈັດພິທີປິດກອງປະຊຸມຖອດຖອນບົດຽນ ລະບົບໂຮງຮຽນພັກໃນທົ່ວປະເທດ ປະຈໍາປີ 2023, ໃຫ້ການເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ, ມີບັນດາຫົວໜ້າກົມ ແລະຜູ້ຕາງໜ້າຂັ້ນກົມ ແລະມີບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະໂຮງຮຽນການເມືອງ…