Month: April 2023

ພິທີຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນຊຸດທີ III ໃຫ້ເລຂາພັກບ້ານ, ນາຍບ້ານ

      ໃນຕອນເຊົ້າຂອງວັນ​ທີ 3 ເມສາ 2023 ທີ່ຫ້ອງປະຊຸມຂອງເມືອງວຽງພູຄາແຂວງຫຼວງນໍ້າທາໄດ້​ຈັດ​ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນຊຸດທີ III ໃຫ້ເລຂາພັກບ້ານ, ນາຍບ້ານ ໃນຄັ້ງນີ້ມີຈຳນວນທັງໝົດ 43 ທ່ານ, ຍິງ 6 ທ່ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ຂອງ​ພັກ​ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ໃຫ້ກຽດ ​ເປັນ​ປະທານໂດຍ: ​ທ່ານ ປທ ຄຳຟອງ ລາດຊະພົນ​ ຮອງ​ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ.…

ພິທີປິດຂະບວນການເເຂ່ງຂັນກີລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງທີ XI ປະຈໍາສົກ 2022-2023

ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບກີລາ-ສິລະປະ-ວັນນະຄະດີກ່ຽວກັບການເຄື່ອນໄຫວວຽກງານກີລາ-ສິລະປະວັນນະຄະດີ ການແຂ່ງຂັນກີລາ​ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XI 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະວັນສໍາຄັນຕ່າງໆຂອງຊາດ. ໃນແລງວັນທີ 04 ເມສາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເເຂ່ງຂັນກີລາ ແລະສິລະປະ-ວັນນະຄະດີ ຊີງຂັນຫົວໜ້າ ສມປຊ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານກວດກາພັກ-ລັດ

         ວຽກງານກວດກາເປັນວຽກໜຶ່ງທີ່ສຳຄັນ ແລະພົ້ນເດັ່ນຢູ່ໃນກົງຈັກການຈັດຕັ້ງຂອງພັກ-ລັດ “ຖ້າບໍ່ມີການກວດກາ ກໍ່ໝາຍຄວາມວ່າ ບໍ່ມີການນຳພາ” ທຸກການຈັດຕັ້ງ ພະນັກງານຂອງພັກ-ລັດ ຕ້ອງຢູ່ພາຍໃຕ້ການຕິດຕາມ, ກວດກາ ແລະຄຸ້ມຄອງຢ່າງເປັນລະບົບ, ທຸກການເຄື່ອນໄຫວຈັດຕັ້ງປະຕິບັດໜ້າວຽກງານ, ທຸກການກະທຳຜິດຕ້ອງມີການກວດກາ ແລະຕ້ອງມີການແກ້ໄຂຕາມລະບຽບຂອງພັກ ຫຼື ກົດໝາຍຂອງລັດ.          ໂດຍປະຕິບັດຕາມການຕົກລົງເຫັນດີຂອງຄະນະບໍລິຫານງານພັກ, ຄະນະອຳນວຍການສະຖາບັນ, ຄະນະກົມກວດກາ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນໃນຕອນເຊົ້າຂອງວັນທີ 29 ມີນາ 2023 ໂດຍການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 77 ປີ

         ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະເປັນການຫວນຄືນມູນເຊື້ອວັນສຳຄັນຂອງພັກ ໃຫ້ພະນັກງານ – ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຕື່ມ, ສະນັ້ນ, ໃນຕອນແລງວັນທີ 29 ມີນາ 2023, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. (22.3.1955-22.3.2023) ເປັນກຽດບັນຍາຍໂດຍ:  ທ່ານ…