Month: November 2021

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ອັດລົງຢ່າງມີຜົນສຳເລັດຈົບງາມ

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ຈັດຂຶ້ນທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແຕ່ວັນທີ 15 ຫາ 16 ພະຈິກ ໄດ້ອັດລົງຢ່າງເປັນທາງການແລ້ວ, ຊຶ່ງໃນກອງປະຊຸມໄດ້ຕົກລົງຫຼາຍໆ ດ້ານກ່ຽວກັບວຽກງານຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ເປັນຕົ້ນວຽກງານການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ແລກປ່ຽນຂໍ້ມູນຂ່າວສານ… ໃນກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ແລະ ດຳເນີນກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ແມ່ນອົງການວິຊາການຂັ້ນແຂວງ, ນະຄອນຫຼວງ ທີ່ມີຖານະທຽບເທົ່າກັບຄະນະຕ່າງໆຂອງພັກ ແລະ ພະແນກການຕ່າງໆປະຈຳຢູ່ຂັ້ນແຂວງ, ນະຄອນຫຼວງເຊິ່ງຢູ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງທາງດ້ານການເມືອງ, ແນວຄິດ  ແລະ  ການຈັດຕັ້ງຂອງຄະນະບໍລິຫານງານພັກ, ຄະນະປົກຄອງແຂວງ ຫຼື ນະຄອນຫຼວງ, ພ້ອມດຽວກັນນີ້ກໍ່ຢູ່ພາຍໃຕ້ການນໍາພາ-ຊີ້ນໍາທາງດ້ານວິຊາສະເພາະ ແລະ ວິຊາການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີ 3 ພາລະບົດບາດໃຫຍ່ຄື: ໜຶ່ງ, ພາລະບົດບາດໃນການຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາ ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນທາງດ້ານວິທະຍາສາດໃຫ້ແກ່ການວາງແນວທາງ, ນະໂຍບາຍ ຂອງຄະນະບໍລິຫານງານພັກ ອົງການປົກຄອງແຂວງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2020-2021

         ເພື່ອເປັນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນສົກຮຽນ 2020-2021 ແລະ ວາງທິດທາງແຜນການ ສົກຮຽນ 2021-2022 ໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂປັດຈຸບັນນັ້ນ, ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ສະຫຼຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດ​ຫຼັກສູດ​ການ​ຮຽນ-ການ​ສອນ ປະຈຳ​ສົກ​ຮຽນ 2020-2021 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ການເປັນ ປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ຄະນະ​ຮັບຜິດຊອບ​ການ​ຄົ້ນຄວ້າ​ແນວ​ຄິດໄກສອນ ພົມວິຫານ ເປີດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ”

ຄະນະ​ຮັບຜິດຊອບ​ການ​ຄົ້ນຄວ້າ​ແນວ​ຄິດໄກສອນ ພົມວິຫານ ໄດ້​ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດຫົວຂໍ້: “ແນວ​ຄິດໄກສ​ອນ ພົມວິຫານ ກ່ຽວກັບ​ການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ​” ຂຶ້ນຢູ່ທີ່​ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍ​ການເຂົ້າຮ່ວມເປັນປະທານ ຂອງທ່ານ ຮສ. ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, , ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີທ່ານ…