Month: February 2021

ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IXແລະ ສສຂ ຊຸດທີ II ລົງພົບປະຜູ້ໃຊ້ສິດເລືອກຕັ້ງ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນວັນທີ 18 ກຸມພາ 2021 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຜູ້ສະໝັກຮັບເລືອກຕັ້ງເປັນສະມະຊິກສະພາແຫ່ງຊາດ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຈໍານວນ 6 ທ່ານໄດ້ລົງພົບປະເພື່ອສະເໜີຕົວຕໍ່ຜູ້ໃຊ້ສິດເລືອກຕັ້ງ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງນຳໂດຍທ່ານ ປອ ອານຸພາບ ຕຸນາລົມ, ທ່ານ ບຸນທາມ ພຸດທະວົງສາ,…

ໂຮງຮຽນການເມືອງການປົກຄອງແຂວງຊຽງຂວາງ ເຊື່ອມຊືມເອກະສານຕ່າງໆ ຂອງພັກ, ຂອງຊາດ

ໃນວັນທີ 17 ກຸມພາ 2021 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຊືອມຊຶມເອກະສານສໍາຄັນຕ່າງໆ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີພະນັກງານຄູ-ອາຈານພາຍໃນໂຮງຮຽນການເມືອງ ແລະການປົກຄອງແຂວງເຂົ້າຮ່ວມ. ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ພາລະບົດບາດຂອງໂຮງຮຽນ, ເອກະສານ ກອງປະຊຸມຜູ້ບໍລິຫານໂຮງຮຽນທ້ອງຖິ່ນທົ່ວປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນກຳມະບານທົ່ວ ແຂວງຊຽງຂວາງ, ເອກະສານການເລືອກຕັ້ງ ສສຂ ຊຸດທີ…

ພະແນກແຜນການ-ການເງິນ ສະຫຼຸບວຽກງານການເງິນ ປະຈຳປີ 2020 ແລະທິດທາງແຜນການ ປະຈຳປີ 2021

ວັນທີ 16 ກຸມພາ 2021 ພະແນກແຜນການ-ການເງິນ ທີ່ຂຶ້ນກັບຫ້ອງການສະຖາບັນການ ເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021, ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນຜ່ານມາ ແລະປຶກສາຫາລືບັນດາວຽກງານ, ມາດຕະການເພື່ອຈັດຕັ້ງຜັນຂະຫຍາຍທິດທາງງົບປະມານແຫ່ງລັດປະຈໍາປີ 2021 ໃຫ້ເປັນອັນລະອຽດ. ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຈາກ 12 ໜ່ວຍງານຂັ້ນກົມທົ່ວ ສມປຊ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.…

ພິທີມອບ-ຮັບຫົວໜ້າ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 9 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຜູ້ເກົ່າ ແລະຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ມີຜູ້ຕາງໜ້າ ຈາກຄະນະຈັດຕັ້ງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ຄະນະໂຮງຮຽນ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ນ. ພວງພະຈັນ ມູນທະວົງ…

ຂ່າວອື່ນໆ