ໃນວັນທີ 9 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຜູ້ເກົ່າ ແລະຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ມີຜູ້ຕາງໜ້າ ຈາກຄະນະຈັດຕັ້ງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ຄະນະໂຮງຮຽນ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ນ. ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 10/ຄປພຂ,ຊຂ ລົງວັນທີ 1 ກຸມ ພາ 2021 ວ່າດ້ວຍການຍົກຍ້າຍ ທ່ານ ປທ ນ. ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຜູ້ເກົ່າ ໄປເປັນປະທານອົງການແນວລາວສ້າງຊາດແຂວງ ແລະມະຕິຕົກລົງ ຂອງຄະນະປະຈຳພັກແຂວງສະບັບເລກທີ 11/ຄປພຂ,ຊຂ ລົງວັນທີ 1 ກຸມພາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ, ຮອງຫົວໜ້າໂຮງຮຽນ ຂຶ້ນເປັນຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຜູ້ໃໝ່. ຈານັ້ນທ່ານ ປທ ບົວສີ ນາຖາວົງ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ຄູອາຈານ ແລະນັກສຶກສາ ໃຫ້ຮັບຮູ້ ແລະເຂົ້້າໃຈຢ່າງເລິກເຊິ່ງ ໂດຍສະເພາະແມ່ນຍົກສູງຄຸນນະພາບການຮຽນ-ການສອນຈົນໃຫ້ເຮັດມີຜົນສຳເລັດຫຼາຍຊຸດຮຽນ ເຊິ່ງສະແດງອອກດັ່ງນີ້: ລະບົບກໍສ້າງຊັ້ນກາງ ຮຸ່ນທີ 14, 15, 16 ມີນັກສຶກສາຈົບ 194 ຄົນ ຍິງ 44 ຄົນ; ລະບົບກໍສ້າງຊັ້ນຕົ້ນ 3 ຮຸ່ນ ມີນັກສຶກຈົບ 173 ຄົນ ຍິງ 52 ຄົນ ແລະກ່າວມອບໜ້າທີ່ໃຫ້ແກ່ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງຜູ້ໃໝ່.

ໃນຕອນທ້າຍພິທີ ປະທານໄດ້ມີຄຳເຫັນໂອ້ລົມເຊິ່ງທ່ານເນັ້ນໜັກບາງຕອນວ່າ: ສຳລັບຜູ້ໃໝ່ຈົ່ງສືບຕໍ່ເປັນຄັນທຸງໃນການເຕົ້້າໂຮມຄວາມສາມັກຄີ, ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກ ງານ, ຄູ-ອາຈານ ແລະນັກສຶກສາໃຫ້ຮັບຮູ້ ແລະເຂົ້້າໃຈຢ່າງເລິກເຊິ່ງເອົາໃຈໃສ່ຍົກສູງຄຸນນະພາບການ-ຮຽນການສອນໃຫ້ໄປຕາມຫຼຸກສູດທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ພ້ອມກັນສ້າງໂຮງຮຽນການເມືອງການປົກຄອງແຂວງຊຽງຂວາງໃຫ້ກາຍເປັນໂຮງຮຽນພັດທະນາເທື່ອລະກ້າວ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ