ໃນວັນທີ 17 ກຸມພາ 2021 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຊືອມຊຶມເອກະສານສໍາຄັນຕ່າງໆ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີພະນັກງານຄູ-ອາຈານພາຍໃນໂຮງຮຽນການເມືອງ ແລະການປົກຄອງແຂວງເຂົ້າຮ່ວມ.

ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ພາລະບົດບາດຂອງໂຮງຮຽນ, ເອກະສານ ກອງປະຊຸມຜູ້ບໍລິຫານໂຮງຮຽນທ້ອງຖິ່ນທົ່ວປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນກຳມະບານທົ່ວ ແຂວງຊຽງຂວາງ, ເອກະສານການເລືອກຕັ້ງ ສສຂ ຊຸດທີ II, ສສຊ ຊຸດທີ IX, ເພື່ອເຮັດໃຫ້ພະນັກງານຄູ-ອາຈານຮັບຮູ້ ແລະເຂົ້້າໃຈເຄື່ອນໄຫວຕາມຂອບເຂດສິດໜ້າທີ່ທີ່ກຳນົດໄວ້ ແລະນຳໄປຈັດຕັ້ງປະຕິບັດໃນວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ

ໃນຕອນທ້າຍພິທີທ່ານປະທານໄດ້ໂອ້ລົມຕໍ່ພະນັກງານຄູ-ອາຈານເຊິ່ງທ່ນໄດ້ຍົກໃຫ້ເຫັນແຕ່ລະໜ້າວຽກຂອງໂຮງຮຽນ ແລະວຽກງານຄຸ້ມຄອງການຮຽນ-ການສອນ ເພື່ອກະກຽມເປັນເຈົ້໊າພາບກອງປະຊຸມຜູ້ບໍລິຫານໂຮງຮຽນທ້ອງຖິ່ນທົ່ວປະເທດ ທີ່ ແຂວງຊຽງຂວາງເປັນເຈົ້້າພາບໃນຕໍ່ໜ້ານີ້.

ຂຽນຂ່າວ- ພາບໂດຍ: ທ່ານຈັນເພັງ ນັນທະວົງ
ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ