ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມມືກັບ ສະຖາບັນຂົງຈື ເປີດຊຸດເຝິກອົບຮົມພາສາຈີນ ໃຫ້ພະນັກງານ, ຄູ-ອາຈານ

ໃນວັນທີ 31 ມີນາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມມືກັບ ສະຖາບັນຂົງຈືເປີດຊຸດເຝິກອົບຮົມພາສາຈີນ ໃຫ້ພະນັກງານ, ຄູ-ອາຈານ ຮຽນຮູ້ ແລະເຂົ້າໃຈພາສາຈີນໃຫ້ຫຼາຍ ຍ້ອນມີຄວາມສຳຄັນ ແລະຈຳເປັນ ໃນການຕິດຕໍ່ສື່ສານໃນລະດັບພື້ນຖານ. ນອກຈາກນີ້, ຍັງເປັນການແລກປ່ຽນວັດທະນະທຳ ແລະສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວຈີນ. ໃນພິທີໃຫ້ກຽດກ່າວເປີດຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ, ໃຫ້ກຽດເຂົ້າຮ່ວມທ່ານ ໂຫລ ໝິງ (Luo Ming)…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຍົກສູງຄວາມຮູ້ຄວາມສາມາດ ໃນການນຳໃຊ້ ອຸປະກອນແລະ ໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ໃຫ້ແກ່ພະນັກງານ-ຄູອາຈານ

ການເຝິກອົບຮົມການນໍາໃຊ້ອຸປະກອນ ແລະໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ແມ່ນເປັນການຮ່ວມມື ລະຫວ່າງ ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ​ແລະກົມດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະການສື່ສານ, ໂດຍຜ່ານການເຫັນດີຈາກຄະນະພັກ-ຄະນະນຳຂອງສະຖາບັນ ໃຫ້ມີ​ການຈັດ​ຕັ້ງ​​ເຝິກອົບຮົມ​​ໃຫ້​ແກ່ພະນັກງານ, ຄູ-ອາຈານພາຍ​ໃນ​ ສມປຊ. ພິທີດັ່ງກ່າວ, ຈັດເຝິກອົບຮົມເປັນເວລາ 4 ວັນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນວັນ​ທີ 29 ມີນາ ຫາ 1 ເມສາ 2021, ມີສຳມະນາກອນເຂົ້າຮ່ວມ 3 ໂປຼແກຼມຄື: ໂປຼແກຼມກອງປະຊຸມທາງໄກ…

ທະນາຄານແຫ່ງສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ ລົງເຜີຍແຜ່ກົດໝາຍ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ

ໃນວັນທີ 24 ມີນາ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດກອງປະຊຸມເຜີແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ກຽດເປັນປະທານຂອງສະຫາຍ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າທະນາຄານແຫ່ງ ສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ, ມີພະນັກງານ-ຄູອາຈານ, ແລະນັກສຶກສາຮຸ່ນທີ XVII ເຂົ້າຮວ່ມ. ໃນພິທີດັ່ງກ່າວ ທ່ານ ວຽງວິໄລ ສຸດທິຈັກ ຫົວໜ້າຂະແໜງເສດຖະກິດ…

ກົມຄຸ້ມຄອງການຮຽນ-ການສອນ ສມປຊ ຕ້ອນຮັບ 2 ພາກສ່ວນມາພົບປະແລກປ່ຽນບົດຮຽນ

ວັນທີ 19 ມີນາ ຢູ່ທີ່ສະຖບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງນໍາພາຄະນະໂດຍ ທ່ານ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະ 20 ກວ່າທ່ານ ແລະໃນວັນທີ 23 ມີນາ ໄດ້ຕອນຮັບຄະນະນັກສຶກສາ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ແຂວງໄຊສົມບູນ ຈໍານວນ…

ຂ່າວອື່ນໆ