ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເຊື່ອມຊຶມເອກະສານວຽກງານກວດກາ ແລະເອກະສານແຈ້ງຊັບສິນ

ກົມກວດກາ ແມ່ນກົມໜື່ງ ຊຶ່ງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະ 5 ປີຜ່ານມາ ເຖິງແມ່ນວ່າສະພາບການຜັນແປໄປຢ່າງສັບສົນທັງ ຢູ່ຕ່າງປະເທດ ແລະພາຍໃນປະເທດກໍ່ຕາມ, ສະເພາະຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຂອງພວກເຮົາ ກໍ່ໄດ້ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຫ້າວຫັນ, ເປັນຕົ້ນແມ່ນການນຳພາການຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະປັບປຸງພື້ນຖານໂຄງລ່າງຂອງສະຖາບັນໃຫ້ດີຂື້ນເປັນກ້າວໆ. ໃນຊຸມປີຜ່ານມາເຖິງວ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຂອບເຂດສິດ ແລະໜ້າທີ່ຄວາມຮັບຜິດຊອບກວ້າງອອກ, ບໍລິມາດວຽກງານນັບມື້ນັບເພີ່ມຂຶ້ນ ແລະສິ່ງດັ່ງກ່າວນັ້ນມັນຮຽກຮ້ອງເຖິງການເຮັດວຽກຂອງພະນັກງານ, ຄູ-ອາຈານ ຕ້ອງມີປະສິດທິພາບ-ປະສິດທິຜົນ ທັງຮັບປະກັນຄຸນນະພາບຂອງແຕ່ລະວຽກງານ.           ສະນັ້ນ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

          ໃນວັນທີ​ 29​ ກໍລະກົດ ​2021​ ນີ້​ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ​ ແລະ​ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ​ຄັ້ງທີ​ XI​ ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ​ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍເລຂາ,​ ຮອງເລຂາ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການພ້ອມດ້ວຍຄະນະ, ຫົວໜ້າກົມພ້ອມດ້ວຍຄະນະ, ຫົວໜ້າຄະນະຕ່າງໆ…

ໂຮງຮຽນ ການເມືອງ ແລະການປົກຄອງແຂວງຊຽງຂວາງ ເປີດກອງປະຊຸມການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳປີ 2020-2021 ແລະທິດທາງແຜນການສົກປີ 2021-2022.

ໃນວັນທີ 29 ກໍລະກົດ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີບັນດາ…

3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານປະຈຳໄຕມາດ 2

ກອງປະຊຸມໄດ້ລາຍງານສະພາບການເຄື່ອນໄຫວຂອງບັນດາ 3 ອົງການຈັດຕັ້ງມະຫາຊົນ ໄດ້ເປີດກອງປະຊຸມສະ ຫຼຸບການເຄື່ອນໄຫວວຽກງານປະຈຳໄຕມາດທີ II (4-5-6) ແລະຜ່ານທິດທາງແຜນການເຄື່ອນໄຫວປະຈຳໄຕມາດທີ III ປີ 2021; ຊຶ່ງມີຜູ້ເຂົ້້າຮ່ວມຄະນະບໍລິຫານງານສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ສມປຊ,ຄະນະບໍລິຫານງານສະຫະພັນແມ່ຍິງ ສມປຊ ແລະຄະນະກິລາ-ສິລະປະວັນນະຄະດີ, ຕາງໜ້າກົມຈັດຕັ້ງ-ພະນັກງານ, ພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ. ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບ ແລະລາຍງານສະພາບການຈັດຕັ້ງການເຄື່ອນໄຫວຂອງບັນດາ 3 ອົງການຈັດຕັ້ງມະຫາຊົນ ທົ່ວ ສມປຊ ໃນແຕ່ລະເດືອນ (ປະຈຳໄຕມາດ II ປີ…

ຂ່າວອື່ນໆ