Author: admin

ພິທີມອບ-ຮັບປື້ມ ຮັບໃຊ້ເຂົ້າໃນການຄົ້ນຄວ້າ, ການຮຽນ-ການສອນ ຈາກສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ

ສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ ໄດ້ເຂົ້າມອບປື້ມເຂົ້າໃນການຄົ້ນຄວ້າວິທະຍາສາດ, ການຮຽນ-ການສອນ…ໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 2 ມີນາ ຊຶ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍ ຄະນະສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ. ປື້ມທີ່ນຳມາມອບໃນຄັ້ງນີ້ມີ 5 ຊຸດ, ຊຸດລະ 15 ຫົວລວມທັງໝົດ 75 ຫົວ ຊຶ່ງໃຫ້ກຽດກ່າວມອບຂອງ…

ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ຈັດພິທີສະຫຼຸບວຽກງານສົກ 2019-2020 ແລະ ວາງທິດທາງແຜນການສົກປີ 2020-2021

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2020 ທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ ສົກປີ 2019-2020 ແລະເປີດ ຮຽນທິດສະດີການເມືອງ ແລະການປົກຄອງ ສົກປີ 2020-2021 ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ປຼທ ນາງ ວຽງພອນ ແກ້ວຄູນສີ, ກໍາມະການຄະນະພັກ ນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ອານຸພາບ…

ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກໂຮງຮຽນການເມືອງ ແລະການປົກຄອງແຂວງວຽງຈັນ

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2020 ໜ່ວຍພັກໂຮງຮຽນການເມືອງ ແລະການປົກຄອງ ແຂວງວຽງຈັນ ໄດ້ໄຂ ກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ ເປັນກຽດເຂົ້າຮ່ວມເປັນປະທານໃນພິທີ ມີສະຫາຍ ບຸນເພັງ ສາຍນໍລະດີ ຮອງເລຂາ ພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ມີສະຫາຍ ສົມຄິດ ອິນທະວົງ ເລຂາໜ່ວຍພັກຫົວໜ້າໂຮງຮຽນ ການເມືອງ ແລະການປົກຄອງ ແຂວງວຽງຈັນ, ມີບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍຄະນະໜ່ວຍ ພັກ, ສະມາຊິກພັກສົມບູນ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຊົມເຊີຍຜົນສຳເລັດຂອງໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຖານະເປັນສະຖາການສຶກສາຂັ້ນສູງ ດ້ານທິດສະດີການ ເມືອງ ແລະ ການປົກຄອງ ມີພາລະບົດບາດຕົ້ນຕໍ ໃນການກໍ່ສ້າງ ແລະ ບໍາລຸງສ້າງພະນັກງານຂັ້ນກາງ ແລະ ຂັ້ນສູງ ຕອບສະໜອງໃຫ້ອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຈຶ່ງໄດ້ສະເໜີຮັບເອົາໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ. ໂຄງການດັ່ງກ່າວ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີລະບົບການຈັດຕັ້ງຄຸ້ມຄອງບໍລິຫານໂຄງການໂດຍໄດ້ຮັບການແຕ່ງຕັ້ງຈາກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…

ຂ່າວອື່ນໆ