ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2020 ໜ່ວຍພັກໂຮງຮຽນການເມືອງ ແລະການປົກຄອງ ແຂວງວຽງຈັນ ໄດ້ໄຂ ກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ ເປັນກຽດເຂົ້າຮ່ວມເປັນປະທານໃນພິທີ ມີສະຫາຍ ບຸນເພັງ ສາຍນໍລະດີ ຮອງເລຂາ ພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ມີສະຫາຍ ສົມຄິດ ອິນທະວົງ ເລຂາໜ່ວຍພັກຫົວໜ້າໂຮງຮຽນ ການເມືອງ ແລະການປົກຄອງ ແຂວງວຽງຈັນ, ມີບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍຄະນະໜ່ວຍ ພັກ, ສະມາຊິກພັກສົມບູນ, ສໍາຮອງ ແລະແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ແລະບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ເຊິ່ງໄດ້ຍົກ ໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກໃນໄລຍະຜ່ານ ມາຄື: ປະຈຸບັນໂຮງຮຽນການເມືອງ ແລະການປົກຄອງແຂວງວຽງຈັນ ມີພະນັກງານທັງໝົດ 26 ທ່ານ, ຍິງ 12 ທ່ານ, ມີສະມາ ຊິກພັກປະຊາຊົນປະຕິວັດລາວຈໍານວນທັງໝົດ 20 ສະຫາຍ, ຍິງ 10 ສະຫາຍ, ໃນນີ້ ມີສະມາຊິກພັກສໍາຮອງ 4 ສະຫາຍ, ຍິງ 2 ສະຫາຍ ເຊິ່ງສະແດງໃຫ້ເຫັນ ວ່າອົງການຈັດຕັ້ງພັກນັບ ມື້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຄືດັ່ງກ່າວດ້ານວິຊາສະເພາະທີ່ມີຄວາມພົ້ນເດັ່ນເຊິ່ງສະແດງອອກຄື: ໄດ້ສໍາເລັດການຈັດຕັ້ງປະຕິບັດຊຸດຮຽນທິດສະດີການເມືອງ-ການປົກຄອງຂັ້ນກາງພາກປົກກະຕິໄດ້ 5 ຊຸດ ເຊິ່ງມີນັກສຶກສາ ທັງໝົດ 299 ສະຫາຍ, ຍິງ 82 ສະຫາຍ, ໄດ້ສໍາເລັດການຈັດຕັ້ງປະຕິບັດຊຸດຮຽນ ຂັ້ນກາງພາກຄ່ຳໄດ້ 1 ຊຸດມີຜູ້ເຂົ້າຮຽນ 72 ສະຫາຍ, ຍິງ 10 ສະຫາຍ, ໄດ້ສໍາເລັດການຈັດຕັ້ງປະຕິບັດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ 3 ເດືອນໄດ້ 4 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 255 ສະຫາຍ, ຍິງ 54 ສະຫາຍ, ໄດ້ສໍາເລັດການ ຈັດຕັ້ງປະຕິບັດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນໄດ້ 7 ຊຸດ ເຊິ່ງມີຜູ້ເຂົ້າຝຶກອົບຮົມຈຳນວນ 444 ສະຫາຍ, ຍິງ 80 ສະຫາຍ, ໄດ້ສໍາເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 10 ວັນ ໃຫ້ເລຂາ ພັກບ້ານ, ນາຍບ້ານໄດ້ 2 ຊຸດ, ໃນ 11 ເມືອງ, ມີຜູ້ເຂົ້າຝຶກອົບຮົມທັງໝົດ 853 ຄົນ, ຍິງ 98 ຄົນ. ນອກນີ້ ບັນດາ ສະຫາຍສະມາຊິກພັກຍັງເຄື່ອນໄຫວວຽກງານຄຸ້ມຄອງ-ບໍລິຫານຮັບໃຊ້ຊຸດຮຽນໄດ້ດີພໍສົມຄວນ.
ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະໄດ້ລົງຄະແນນ ສຽງເປັນ ເອກະສັນກັນເລືອກເອົາ:

1.ສະຫາຍ ສົມຄິດ ອິນທະວົງ          ເປັນເລຂາໜ່ວຍພັກ.
2.ສະຫາຍ ຫຸມພັນ ເມືອງແສນ       ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ.
3.ສະຫາຍ ໜູຮັກ ຫຼວງໂຄດ           ເປັນຄະນະ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍປະທານກອງປະຊຸມເຊິ່ງໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ, ຄວາມບຸກບືນຂອງພະນັກງານສະມາຊິກພັກພາຍໃນ ໜ່ວຍພັກທີ່ສາມາດຍາດໄດ້ຜົນງານຫຼາຍດ້ານ ແລະຍັງໄດ້ສະແດງຄວາມເປັນຫ່ວງ ເປັນໄຍ, ໄດ້ໃຫ້ທິດຊີ້ນຳການ ເຄື່ອນໄຫວວຽກງານຂອງຄະນະພັກຊຸດໃໝ່ໃນຕໍ່ໜ້າ. ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານທຸກຂະແໜງການຢູ່ໂຮງຮຽນການເມືອງ-ການປົກຄອງ ຈົ່ງເພີ່ມທະວີຄວາມສາມັກ ຄີພາຍໃນຢ່າງແໜ້ນແຟ້ນ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ ສະມາຊິກພັກ, ພະນັກງານ ແລະນັກສຶກສາພ້ອມທັງຕັ້ງໜ້າ ຄົ້ນຄ້ວາເຊື່ອມຊືມບົດລາຍງານການເມືອງທັງຫັນ ເປັນແຜນການ, ໂຄງການອັນລະອຽດ ຂອງແຕ່ລະຂະແໜງການ ແລະນໍາພາຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນຢ່າງຈົບງາມ.

ຂຽນຂ່າວ, ຖ່າຍພາບໂດຍ: ອາຈານ ສະຫວ່າງ ຊາມຸນຕີ
ບັນນາທິການໂດຍ:ທ່ານ ຄອນສະຫວັນ ແສນຍານຸພາບ