ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສຳເລັດການເຝິກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດວຽກງານຫໍສະໝຸດ

ວຽກງານຫໍສະໝຸດເປັນວຽກງານໜື່ງໃນການສະໜອງ, ບໍລິການຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານນັກສຶກສາ, ການຢືມ-ສົ່ງປື້ມ, ການຈັດລະບົບປື້ມ ແລະການເກັບມ້ຽນ, ການເຂົ້າລະຫັດ ແລະອື່ນໆ ເຊິ່ງບັນດາໜ້າວຽກເຫຼົ່ານີ້ ນັບມື້ນັບຫັນໄປສູ່ທັນສະໄໝ, ເມື່ອຫັນໄປສູ່ທັນສະໄໝແລ້ວ ຄວາມຮູ້ໃໝ່ທີ່ກ່ຽວກັບລະບົບໂປຣແກຣມ ແລະຄອມພີວເຕີ ຈຶ່ງມີບົດບາດສຳຄັນ ແລະຈຳເປັນຕໍ່ກັບການປະຕິບັດໜ້າທີ່ວຽກງານໃນການໃຫ້ບໍລິການ. ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຈຶ່ງໄດ້ຈັດເຝິກອົບຮົມໃນຫົວຂໍ້: ການນໍາໃຊ້ເຄື່ອງມືເຕັກໂນໂລຊີດີຈິຕອນໃຫ້ແກ່ພະນັກງານຫໍສະໝຸດ ສມປຊ ແລະໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນຢູ່ ສມປຊ ເປັນເວລາ 03 ວັນ (27-29 ກໍລະກົດ 2022). ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ…

ຄະນະຈັດຕັ້ງສູນກາງພັກມອບອາຄານ ແລະຫໍພັກ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ພິທີມອບ-ຮັບອາຄານ ແລະຫໍພັກຂອງຄະນະຈັດຕັ້ງສູນກາງພັກໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2022 ໃຫ້ກຽດເປັນປະທານພິທີໂດຍ: ທ່ານ ນ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າພະນັກງານສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ກ່າວເຖິງສະພາບ ແລະຈຸດພິເສດຂອງອາຄານ…

ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພົບປະກັບຄູ-ອາຈານ ແລະຮ່ວມກອງປະຊຸມສໍາມະນາວິທະຍາສາດ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື

         ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງພ້ອມດ້ວຍຄະນະ ໄປແຂວງອັດຕະປື ນໍາໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໂດຍມີ 2 ຈຸດປະສົງຄື: 1). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປືໄດ້ຈັດຕັ້ງພິທີພົບປະ ລະຫວ່າງ ການນໍາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ນໍາໂດຍ: ທ່ານ ປອ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ປະຈຳສົກຮຽນ 2021-2022

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງປະຈຳສົກ 2021-2022 ເພື່ອສະຫຼຸບຕີລາຄາຜົນການຮຽນ-ການສອນ ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ. ພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມມີຮອງຄະນະຫົວໜ້າຫ້ອງການ, ຫົວໜ້າກົມພ້ອມດ້ວຍຄະນະ, ຫົວໜ້າຄະນະຕ່າງໆພ້ອມດ້ວຍຄະນະ, ຫົວໜ້າສູນຂໍ້ມູນຂ່າວສານການ ເມືອງ ແລະການປົກຄອງພ້ອມດ້ວຍຄະນະ,…

ຂ່າວອື່ນໆ