Author: taot senthaveesouk

ຄະນະບໍລິຫານງານຊາວໜຸ່ມ ສມປຊ ສຳເລັດກອງປະຊຸມ ສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: ບົດບາດຂອງຊາວໜຸ່ມ ໃນການພັດທະນາ ສມປຊ

ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອເປັນການສະເຫຼີມ ສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 25 ປີ ແລະວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 65 ປີ ພາຍໃຕ້ຫົວຂໍ້: ບົດບາດ ຂອງຊາວໜຸ່ມ ໃນການພັດທະນາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ສະໝຸດທອງ ສົມພານິດ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ຮອງປະທານສະພາວິທະຍາສາດ ສມປຊ, ມີບັນດາສະຫາຍຄະນະພັກ,…

ກະຊວງສາທາລະນະສຸກ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XXIII

ໃນຕອນເຊົ້າວັນທີ 15 ມິຖຸນາ ຢູ່ທີ່ສະໂມສອນສະຖາບັນ ສາທາລະນະສຸກສາດ ແລະການແພດເຂດຮ້ອນ, ກະຊວງສາທາລະນະສຸກ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໃນພິທີ ໂດຍ ທ່ານ ຄຳພອນ ພຸດທະວົງ ເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ນ. ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີການຈັດຕັ້ງຂອງພາກສ່ວນທີ່ກ່ຽວຂ້ອງ ແລະນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ການຝຶກອົບຮົມໃນຄັ້ງນີ້ ມີນັກຝຶກອົບຮົມທັງໝົດ…

ຊົມເຊີຍຄະນະສະຫະພັນແມ່ຍິງຊຸດໃໝ່ ຂອງຮາກຖານຫ້ອງການ ແລະຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ

      ໃນວັນທີ 12 ມິຖຸນາ 2020 ສະຫະພັນແມ່ຍິງຮາກຖານຫ້ອງການ-ກົມຈັດຕັ້ງພະນັກງານ ສມປຊ, ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ປອ ນ. ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ທ່ານ ນາງ ແອງກາລີ ໄຊຍະຈັກ ປະທານສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງພະນັກງານ, ໃຫ້ກຽດເຂົ້າຮ່ວມຂອງບັນດາຕາງໜ້າຄະນະແມ່ຍິງແຕ່ລະຮາກຖານ, ຕາງໜ້າກຳມະບານ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານດັ່ງກ່າວເຂົ້າຮ່ວມ.ໃນພິທີ, ສະຫາຍ ນ.…