ໃນຕອນເຊົ້າວັນທີ 15 ມິຖຸນາ ຢູ່ທີ່ສະໂມສອນສະຖາບັນ ສາທາລະນະສຸກສາດ ແລະການແພດເຂດຮ້ອນ, ກະຊວງສາທາລະນະສຸກ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໃນພິທີ ໂດຍ ທ່ານ ຄຳພອນ ພຸດທະວົງ ເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ນ. ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີການຈັດຕັ້ງຂອງພາກສ່ວນທີ່ກ່ຽວຂ້ອງ ແລະນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມໃນຄັ້ງນີ້ ມີນັກຝຶກອົບຮົມທັງໝົດ 52 ທ່ານ, ຍິງ 33 ທ່ານ, ທີ່ຈະໄດ້ຄົ້ນຄວ້າຮ່ຳຮຽນໃນ 6 ວິຊາ ລວມມີ 40 ບົດຄື: 1. ວິຊາປັດຊະຍາ 8 ບົດ, 2. ວິຊາເສດຖະສາດການເມືອງ ແລະ ແນວທາງເສດຖະກິດຂອງພັກ 10 ບົດ, 3. ວິຊາລັດທິສັງຄົມນິຍົມວິທະຍາສາດ 8 ບົດ. ວິຊາບໍລິຫານສາດ 8 ບົດ, 5. ວິຊາກໍ່ສ້າງພັກ 5ບົດ ແລະ ແນວທາງສາທາລະນະສຸກ 1 ບົດ, ຊຶ່ງຈະໃຊ້ເວລາໝົດ 45 ວັນ 15/6/2020-14/8/2020.
ໃນຕອນທ້າຍ ທ່ານປະທານໄດ້ມີຄຳເຫັນ ແລະກ່າວເປີດພິທີ ເຊິ່ງທ່ານໄດ້ໃຫ້ທິດວ່າ ເພື່ອເຮັດສຳເລັດຕາມເປົ້າໝາຍ ແລະອຸດົມການຂອງພັກເຮົາ ໃນການນຳພາປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ, ແມ່ນມີຄວາມຈຳເປັນພາວະວິໄສ ສຳລັບສະມາຊິກພັກ-ພະນັກງານ ເວົ້າລວມ, ເວົ້າສະເພາະ ສະມາຊິກພັກ-ພະນັກງານ ຂະແໜງສາທາລະນະສຸກ ຄວນໄດ້ຮຽນຮູ້, ເຊື່ອມຊຶມ ແລະກຳ ແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ໃຫ້ເຂົ້າໃຈ ແລະສາມາດນຳເອົາທິດສະດີ, ແນວທາງນະໂຍບາຍຂອງພັກ ມາໝູນໃຊ້ເຂົ້າໃນຊີວິດຕົວຈິງ ຢ່າງມີປະສິດທິຜົນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ+ບັນນາທິການ: ຄອນສະຫວັນ ແສນຍານຸພາບ