Category: ຂ່າວ

ພະແນກແຜນການ-ການເງິນ ສະຫຼຸບວຽກງານການເງິນ ປະຈຳປີ 2020 ແລະທິດທາງແຜນການ ປະຈຳປີ 2021

ວັນທີ 16 ກຸມພາ 2021 ພະແນກແຜນການ-ການເງິນ ທີ່ຂຶ້ນກັບຫ້ອງການສະຖາບັນການ ເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021, ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນຜ່ານມາ ແລະປຶກສາຫາລືບັນດາວຽກງານ, ມາດຕະການເພື່ອຈັດຕັ້ງຜັນຂະຫຍາຍທິດທາງງົບປະມານແຫ່ງລັດປະຈໍາປີ 2021 ໃຫ້ເປັນອັນລະອຽດ. ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຈາກ 12 ໜ່ວຍງານຂັ້ນກົມທົ່ວ ສມປຊ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.…

ພິທີມອບ-ຮັບຫົວໜ້າ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 9 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຜູ້ເກົ່າ ແລະຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ມີຜູ້ຕາງໜ້າ ຈາກຄະນະຈັດຕັ້ງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ຄະນະໂຮງຮຽນ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ນ. ພວງພະຈັນ ມູນທະວົງ…

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດອຳນາດແຫ່ງລັດ”

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນໃນຕອນເຊົ້າຂອງວັນທີ 4 ກຸມພາ 2021, ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດອຳນາດລັດ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍທ່ານ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວ ຄິດໄກສອນ ພົມວິຫານ,…

ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ແລະຕໍ່ເນື່ອງ ຮຸ່ນທີ XIV ສຳເລັດການຮຽນວິຊາສິນລະປະຍຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຊຸດຮຽນການທະຫານໃຫ້ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ແລະຕໍ່ເນື່ອງ ຮຸ່ນທີ XIV ຊຶ່ງລວມທັງໝົດມີ 143 ທ່ານ, ຍິງ 43 ທ່ານ ໄດ້ຝຶກຍຸດທະວິທີການທະຫານໃນຫົວຂໍ້: ສິນລະປະຍຸດ ຊຶ່ງເປັນວິຊາໜຶ່ງທີ່ນອນຢູ່ໃນຄະນະລັດທິສັງຄົມນິຍົມວິທະຍາສາດ. ການຮຽນ-ການສອນ ດັ່ງກ່າວໄດ້ດຳເນີນໄປເປັນເວລາ 5 ວັນ (ວັນທີ 1-5 ກຸມພາ 2021) ໂດຍຄູຝຶກແອບຈາກ ທ່ານ ພັທ…

ຂ່າວອື່ນໆ