ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 68 ປີ ( ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2023 )ໃນປີນີ້ ສູນກາງສະຫະພັນແມ່ຍິງລາວ ກໍຄືສະຫະພັນແມ່ຍິງບັນດາກະຊວງ,​ ອົງການ​ກໍ່ໄດ້ມີການເຄື່ອນໄຫວຫຼາຍກິດຈະກຳ ເປັນຕົ້ນ ຈັດຕັ້ງການປາຖະກະຖາປະຫວັດຄວາມເປັນມາຂອງອົງການສະຫະພັນແມ່ຍິງລາວ ແລະມູນເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າ,​ ຈັດກອງປະຊຸມສຳມະນາໃນຫົວຂໍ້ຕ່າງໆ,​ ການບໍລິຈາກເລືອດ ແລະອື່ນໆ.
ສຳລັບສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໜຶ່ງປີຜ່ານມາ ກໍໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແລະ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ຄໍາຂວັນ​ວັນແມ່ຍິງລາວ “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ຢ່າງຕັ້ງໜ້າເຊິ່ງມີຜົນສໍາເລັດພົ້ນເດັ່ນໃນຫຼາຍດ້ານ​.

ສະນັ້ນ, ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2023 ຢູ່ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ໂດຍການເປັນປະທານໃນພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ຜູ້ເຂົ້າຮ່ວມມີຄະນະສະຫະພັນແມ່ຍິງ ສມປຊ ຕະຫຼອດຮອດສະມາຊິກແມ່ຍິງແຕ່ລະຮາກຖານ.

ໃນພິທີ ທ່ານ ປທ ນ. ອານົງ ຂັນທະຍົງ ຮອງປະທານສະຫະພັນແມ່ຍິງ ສມປຊ ຜ່ານຄຳແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ ແລະທີ່ຜ່ານມາຜົນງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນໃນການຄັດເລືອກເປັນແມ່ຍິງ 3 ດີ ມີຈຳນວນພົນທັງໝົດ 173 ສະຫາຍ. ໃນນັ້ນ, ສາມາດຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ I ມີ 160 ສະຫາຍ; 3 ດີ ປະເພດ II ມີ 13 ສະຫາຍ, ຮາກຖານ 3 ດີ ມີ 12 ຮາກຖານ, 3 ດີ ປະເພດ I 12 ຮາກຖານ.

ທ່ານ ປອ ນ. ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ ໄດ້ຫວນຄືນມູນເຊື້ອ ປະຫວັດການກໍາເນີດ ແລະການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍພາຍໃຕ້ການນໍາພາຂອງພັກ ແລະໄດ້ຮັບຜົນສະທ້ອນຈາກຂະບວນຕໍ່ສູ້ປະຕິວັດ ທີ່ເລັ່ງທວງໃຫ້ປະຕິບັດເສລີພາບ ຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ທາງດ້ານການເມືອງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມ ເທື່ອລະກ້າວ, ອົງການຈັດຕັ້ງເເມ່ຍິງຂັ້ນຮາກຖານຈຶ່ງໄດ້ເລີ່ມເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງໜ່ວຍເເມ່ຍິງນັກຮົບ ຢູ່ຊົນນະບົດ, ໜ່ວຍຍຸວັນນະລີ ຢູ່ຕາມຕົວເມືອງ ການຈັດຕັ້ງໄດ້ເຄື່ອນໄຫວ ແລະເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ, ມາຮອດວັນທີ 20 ກໍລະກົດ 1955 ພັກປະຊາຊົນປະຕິວັດລາວ ໄດ້ປະກາດສ້າງຕັ້ງອົງການສະຫະພັນແມ່ຍິງລາວຂຶ້ນຢ່າງເປັນທາງການ, ມາຮອດປັດຈຸບັນ ເເມ່ນໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ບ້ານເມືອງໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.

ປະທານສະຫະພັນແມ່ຍິງ ສມປຊ ມອບຂອງຂວັນໃຫ້ ພະນັກງານບຳນານ

ໂອກາດດັ່ງກ່າວ, ປະທານໃນພິທີໄດ້ໂອ້ລົມ ພ້ອມທັງຍົກໃຫ້ເຫັນຜົນງານ ແລະໄຊຊະນະການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນເເມ່ຍິງ ສມປຊ, ເພດຍິງທີ່ເປັນຄະນະພັກ ກວມເຖິງ 44%, ຮອງເລຂາກໍແມ່ນເພດຍິງ, ຮອງຫົວໜ້າສະຖາບັນ ກວມ 66,6%, ຫົວໜ້າກົມ ຫຼື ທຽບເທົ່າ ກວມ 33,3% ຂອງຈໍານວນທັງໝົດ. ສິ່ງດັ່ງກ່າວສາມາດຊີ້ໃຫ້ເຫັນວ່າ ສະຖາບັນພວກເຮົາໄດ້ບັນລຸຕາມຄາດໝາຍ ທີ່ແມ່ຍິງໄດ້ປະກອບສ່ວນໃນທາງດ້ານຕໍາແໜ່ງນໍາພາ-ຄຸ້ມຄອງ ກວມ 30% ຂຶ້ນໄປ. ສໍາລັບສະຫະພັນແມ່ຍິງນັກສຶກສາໃນລະບົບຮຽນຕ່າງໆ ກໍໄດ້ເອົາໃຈ ໃສ່ໃນການປະຕິບັດໜ້າທີ່ການເມືອງ ກໍຄືຄວາມຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນ, ເປັນນັກຮຽນດີ-ຮຽນເກັ່ງ ມີວິໄນ, ບາງຫ້ອງຮຽນແມ່ນເພດຍິງເປັນເລຂາໜ່ວຍພັກ. ສິ່ງດັ່ງກ່າວສາມາດຢັ້ງຢືນໄດ້ວ່າ ແມ່ຍິງເຮົາບໍ່ນ້ອຍໜ້າກວ່າເພດຊາຍ. ສ່ວນສະຫະພັນແມ່ຍິງທີ່ເປັນພະນັກງານບໍານານ, ຄອບຄົວພະນັກງານ, ຄູ-ອາຈານທີ່ສັງກັດຢູ່ສະຫະພັນແມ່ຍິງຮາກຖານເສດຖະກິດຄອບຄົວໄດ້ເຄື່ອນໄຫວນຳການຈັດຕັ້ງຢ່າງຈູບຈ້າວຫ້າວຫັນເຂົ້າໃນການສ້າງເສດຖະກິດຄອບຄົວ, ຊຸກຍູ້ສົ່ງເສີມໃຫ້ລູກ-ຜົວ ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງເຂົາເຈົ້າໄດ້ເປັນຢ່າງດີ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ