ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປ້ອງກັນບົດຈົບຊັ້ນ ນັກສຶກສາປະລິນຍາຕີຮຸ່ນທີ ຮຸ່ນທີ XXV ໃນວັນທີ 11-12 ກໍລະກົດ 2023, ໂດຍມີ ຄະນະອະນຸກຳມະການປ້ອງກັນບົດ ແລະນັກສຶກສາເຂົ້າຮ່ວມ.

         ນັກສຶກສາ ປະລິນຍາຕີ ຮຸ່ນທີ ຮຸ່ນທີ XXVມີທັງໝົດຈໍານວນ 118 ທ່ານ, ຍິງ 30 ທ່ານ ໄດ້ເລີ່ມຮຽນມາແຕ່ປີ 2019-2023 ປະກອບມີ 7ສາຂາຄື:

  1. ສາຂາການປົກຄອງ
  2. ສາຂາເສດຖະສາດການເມືອງ
  3. ສາຂາຄຸ້ມຄອງເສດຖະກິດ
  4. ສາຂາວຽກງານໂຄສະນາອົບຮົມ
  5. ສາຂາວຽກງານອົງການຈັດຕັ້ງມະຫາຊົນ
  6. ສາຂາວຽກງານຈັດຕັ້ງ
  7. ສາຂາວຽກງານກວດກາ

ການປ້ອງກັນບົດຂອງແຕ່ລະສາຍສາຂາ ໂດຍສະເພາະແຕ່ລະຫົວບົດຂອງນັກສຶກສາ, ຄະນະອະນຸກຳມະການປ້ອງກັນບົດ ກໍໄດ້ມີຄໍາຖາມ ແລະປະກອບຄໍາຄິດເຫັນໃສ່ແຕ່ລະຫົວບົດ ເພື່ອເຮັດໃຫ້ບົດປ້ອງກັນ ຂອງນັກສຶກສາແຕ່ລະທ່ານໄດ້ສະແດງທັດສະນະທິດສະດີການເມືອງ-ການປົກຄອງ ຢັ້ງຢືນເຖິງຄວາມເຂົ້າໃຈ ແລະກໍາໄດ້ບັນດາຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະຜ່ານການປ້ອງກັນບົດຈົບຊັ້ນເຫັນວ່ານັກສຶກສາທຸກຄົນ ສາມາດປ້ອງກັນບົດຕົນເອງທີ່ໄດ້ຄົ້ນມາເປັນຢ່າງດີມີເນື້ອໃນທີ່ຄົບຖ້ວນ, ອຸດົມສົມບູນ ແລະມີວິທະຍາສາດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ