ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບກີລາ-ສີລະປະວັນນະຄະດີ ກ່ຽວກັບການ ເຄື່ອນໄຫວວຽກງານກິລາ-ສິລະປະວັນນະຄະດີ, ການແຂ່ງຂັນກີລາ ຊິງຂັນຫົວໜ້າ ສມປຊ ຄັ້ງທີ X ປະຈໍາປີ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05 ກັນຍາ 1962-05 ກັນຍາ 2022) ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມຄົບຮອບ 45 ປີ (17 ກໍລະກົດ 1977-17 ກໍລະກົດ 2022), ໃນຕອນແລງ ຂອງວັນທີ 23 ມິຖຸນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຂະບວນການແຂ່ງຂັນ ກີລາຊີງຂັນຫົວໜ້າ ສມປຊ ຄັ້ງທີ X ຢ່າງເປັນຂະບວນການຟົດຟື້ນ ແລະໃຫ້ກຽດເຂົ້າຮ່ວມເປັນ ປະທານໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ນັກສຶກສາ ຊັ້ນສູງລະບົບເລັ່ງລັດ 5 ເດືອນ  ຮຸ່ນທີ XXX, ອະນຸປະລິນຍາ ຮຸ່ນທີ XIX ແລະປະລິນຍາໂທ XVII ຫ້ອງ ກ, ຫ້ອງ ຂ ເຂົ້າຮ່ວມກັນຢ່າງພ້ອມພຽງ.

ກ່ອນຈະເຂົ້າສູ່ພິທີປິດຜູ້ເຂົ້າຮ່ວມໃນພິທີ ກໍໄດ້ຮັບການເຂົ້າຮ່ວມຊົມບູດ ຂອງສູນບໍລິຫານດີຈີຕ໋ອນ, ອົງການດັດສົມໂທລະຄົມມະນາຄົມ, ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ, ບໍລິສັດທີພລັດ ດີຈິຕ໋ອນຈໍາກັດ, ບໍລິສັດອີທີແອລຈໍາກັດ, ບໍລິສັດສະຕຣາໂທລະຄົມຈໍາກັດ, ບໍລິສັດເບສເທເລຄອມຈໍາກັດ, ບໍລິສັດພຣາເນັດຈໍາກັດ ແລະບໍລິສັດດາວທຽມລາວເອເຊຍປາຊີຟິກຈໍາກັດ; ຮັບຊົມການເຕັ້ນປະກອບເພັງ, ຊົມການແຂ່ງຂັນກີລາຄູ່ຊິງຊະນະເລີດ ບານເຕະ ລະຫວ່າງ ທີມຄູ-ອາຈານ 1 ພົບກັບ ທີມນັກສຶກສາ ປະລິນຍາໂທ ຮຸ່ນທີ 17 ຫ້ອງ ກ.

ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າພາກວິຊາກໍ່ສ້າງພັກ ແລະປະຫວັດສາດພັກ ຫົວໜ້າຄະນະຮັບ ຜິດຊອບກີລາ-ສິລະປະວັນນະຄະດີ ໄດ້ເປັນກຽດຂຶ້ນຜ່ານເນື້ອໃນບົດສະຫຼຸບ ຕະຫຼອດໄລຍະຂອງການແຂ່ງຂັນໄດ້ເຫັນວ່າ: ຫຼາຍພາກສ່ວນໄດ້ໃຫ້ຄວາມສົນໃຈ, ໃຫ້ຄວາມສໍາຄັນຕໍ່ກັບຂະບວນການຄັ້ງນີ້ ກໍໄດ້ເອົາໃຈໃສ່ປະກອບ ສ່ວນໃຫ້ການສະໜັບສະໜູນ ເຮັດໃຫ້ຂະບວນການໃນຄັ້ງນີ້ ສາມາດດໍາເນີນໄປຕາມທິດທາງ, ແຜນການ ແລະມີຜົນສໍາເລັດໄປໄດ້ດ້ວຍດີ. ສາມາດເຫັນໄດ້ເຖິງບຸກຄົນ, ພາກສ່ວນຂອງອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະພາຍນອກທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວນີ້, ສາມາດດຶງດູດເອົາພະນັກງານ, ຄູ-ອາຈານ, ນັກສຶກສາຈາໍນວນຫຼວງຫຼາຍເຂົ້າຮ່ວມຂະບວນການຕາມຈຸດປະສົງ ແລະສາມາດເຫັນໄດ້ທ່າແຮງບົມຊ້ອນ, ພອນສະ ຫວັນ ແລະພອນສະແຫວງ ຂອງບຸກຄົນສະແດງອອກຢ່າງຫ້າວຫັນພ້ອມທັງມີແນວຄິດສ້າງສັນ ເຊິ່ງສະແດງອອກໃນການແຂ່ງຂັນດ້ວຍໄຫວພິບ, ມີຄວາມຄ່ອງແຄ້ວຖືກຕ້ອງຕາມລະບຽບຂອງການແຂ່ງຂັນ.  ແຕ່ລະພາກສ່ວນໄດ້ມີໂອກາດພົບປະສ້າງສັນ, ແລກປ່ຽນບົດຮຽນເຊິ່ງສ້າງໄດ້ຄວາມສາມັກຄີການຫຼິ້ນກີລາເພື່ອສຸຂະພາບ ແລະມິດຕະພາບ ລະຫວ່າງ ພະນັກງານ, ຄູ-ອາຈານ ກັບນັກສຶກສາ ແລະ ລະຫວ່າງ ນັກສຶກສາດ້ວຍກັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ມີຄວາມເບີກບານມ່ວນຊື່ນ ພ້ອມທັງເສີມສ້າງໃຫ້ມີສຸຂະພາບເຂັ້ມແຂງ ແລະອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບກີລາ-ສິລະປະວັນນະຄະດີ ແລະຄະນະຮັບຜິດຊອບແຕ່ລະອະນຸກໍາມະການ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຕິດແທດ ແລະສາມາດຖອດຖອນບົດຮຽນຈາກພຶດຕິກໍາໃນຂະບວນການນີ້.

ຜ່ານການເຄືອນໄຫວຈັດຕັ້ງປະຕິບັດ ການແຂງຂັນກີລາ ໃນໄລຍະ 01 ເດືອນກວ່າຜ່ານມາ ໄດ້ສໍາເລັດການແຂ່ງຂັນ 02 ປະເພດກິລາ 4 ລາຍການແຂ່ງຂັນລາຍລະອຽດດັ່ງນີ້:

1. ກີລາບານເຕະຊາຍທົ່ວໄປມີທີມເຂົ້າຮ່ວມແຂ່ງຂັນ 6 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງ ນີ້:  

– ທີມຊະນະເລີດ (ປະເພດ 1) ທີມຄູ-ອາຈານ 1

– ທີມຮອງຊະນະເລີດ (ປະເພດ 2) ທີມນັກສຶກສາ ປະລິນຍາໂທ ຮຸ່ນທີ 17 ຫ້ອງ ກ

– ທີມຮອງຊະນະເລີດ (ປະເພດ 3) ທີມຄູ-ອາຈານ 2

2. ກີລາເປຕັງຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ12 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງນີ້:

– ທີມຊະນະເລີດ (ປະເພດ 1) ທີມ ພະນັກງານ, ຄູ-ອາຈານ 1  

– ທີມຮອງຊະນະເລີດ (ປະເພດ 2) ອະນຸປະລນິຍາ ຮຸ່ນທີ19 (ທີມ2)  

– ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາໂທ 17 ຫອ້ງ ກ (ທີມ2)  

3. ກີລາເປຕັງຍິງ ມີທີມເຂົ້າຮ່ວມທັງໝົດ 12 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງນີ້:

– ທີມຊະນະເລີດ (ປະເພດ 1) ປະລິນຍາໂທ ຮຸ່ນທີ17 ຫອ້ງ ຂ 

– ທີມຮອງຊະນະເລີດ(ປະເພດ 2) ປະລິນຍາໂທ ຮຸ່ນທີ 17 ຫອ້ງ ກ 

– ທີມຮອງຊະນະເລີດ (ປະເພດ 3) ອະນຸປະລິນຍາ ຮຸ່ນທີ 19 (ທີມ1)  

4.ກີລາເປຕັງປະສົມຊາຍ-ຍິງ ມີທີມເຂົ້າຮ່ວມທັງໝົດ 12 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງນີ້:   :  

– ທີມຊະນະເລີດ (ປະເພດ 1) ທີມພະນັກງານ, ຄູ-ອາຈານ (ທີມ1) 

– ທີມຮອງຊະນະເລີດ (ປະເພດ 2) ທີມພະນັກງານ, ຄູ-ອາຈານ (ທີມ 2)  

– ທີມ ຮອງຊະນະເລີດ (ປະເພດ 3) ທີມອະນຸປະລິນຍາ ຮຸ່ນທີ 19 (ທີມ1)  

ຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ໃຫ້ກຽດຂຶ້້ນໂອ້ລົມ ແລະສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບກີລາ-ສິລະປະວັນນະຄະດີ, ນັກກິລາ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກສຶກສາທຸກຮຸ່ນທຸກລະບົບທີ່ໄດ້ເຮັດໃຫ້ງານກີລາຄັ້ງນີ້ຜ່ານໄປໄດ້ດ້ວຍດີ.

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ