ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເປີດການແຂ່ງຂັນກີລາຊີງຂັນຫົວໜ້າ ສມປຊ ຄັ້ງທີ X ໃນວັນທີ 02 ມິຖຸນາ 2022 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ  ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ນັກສຶກສາ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXX, ອະນຸປະລິນຍາ ຮຸ່ນທີ XIX ແລະ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ, ຂ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ຫົວໜ້າຄະນະກີລາ-ສິລະປະວັນນະຄະດີ ສມປຊ ໄດ້ຂຶ້ນກ່າວລາຍງານແຜນການເຄື່ອນໄຫວ ການແຂ່ງຂັນກີລາ ເຊິ່ງເປັນການເປີດໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວສະຖາບັນ ໄດ້ມີໂອກາດເຄື່ອນໄຫວວຽກງານກິດຈະກໍາ, ຝຶກແອບ ແລະປະກອບສ່ວນເຂົ້າໃນວຽກງານຕ່າງໆ ເຮັດໃຫ້ມີບັນຍາກາດຟົດຟື້ນ, ມີຈິດໃຈເບີກບານມ່ວນຊື່ນ ແລະມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ສໍາເລັດ ແລະສ້າງເງື່ອນໄຂໃຫ້ທຸກຄົນ, ພາກສ່ວນຕ່າງໆໄດ້ ເປັນເຈົ້າການເຄື່ອນໄຫວ, ປະກອບສ່ວນທາງດ້ານເຫື່ອແຮງ, ວັດຖຸປັດໃຈເຂົ້າໃນການເຄື່ອນໄຫວວຽກງານ ກິດຈະກໍາກີລາ-ສິລະປະວັນນະຄະດີ ກໍຄືວຽກງານລວມຂອງສະຖາບັນ, ທັງເປັນການນໍາໃຊ້ທ່າແຮງ ແລະຄວາມສາມາດບົ່ມຊ້ອນ ດຶງດູດເອົາການສະໜັບສະໜູນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະທັງພາຍນອກໃຫ້ກວ້າງຂວາງກວ່າເກົ່າ. ເປັນການຍົກສູງວຽກງານຂະບວນການທາງດ້ານກີລາ-ສິລະປະວັນນະຄະດີ ໃຫ້ນັບມື້ນັບສູງຂຶ້ນ ໂດຍຕິດພັນກັບວຽກງານອື່ນໆ ເປັນການສົ່ງເສີມພອນສະຫວັນ, ຫົວຄິດປະດິດສ້າງ ຂອງບຸກຄົນພະນັກງານ-ລັດຖະກອນ, ນັກສຶກສາ ໃນການເຂົ້າຮ່ວມວຽກງານກີລາ-ສິລະປະວັນນະຄະດີ ພ້ອມທັງສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄືສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະວັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ.

ທ່ານ ປທ ແສງຈັນ ຈັນທະສຸກ ຍັງ​ກ່າວ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ສຳລັບ​ປະ​ເພດ​ກີລາ​ທີ່​ນຳ​ມາ​ແຂ່ງຂັນ​ປະກອບ​ມີ: ບານເຕະຊາຍ, ເປຕັງທີມຊຸດຊາຍ-ຍິງ. ແລະໃນວາລະດັ່ງກ່າວນັ້ນ ກໍຍັງໄດ້ຮັບການປະກອບສ່ວນຈາກ: ບັນດາບໍລິສັດ, ບັນດານັກສຶກສາ ແລະບຸກຄົນ ລາຍລະອຽດດັ່ງລຸ່ມນີ້:

  1. ບໍລິສັດ ກະດິງໄຊ ວິສາວະກໍາກໍ່ສ້າງ ແລະສໍາຫຼວດ-ອອກແບບຈໍາກັດຜູ້ດຽວ ອຸປະຖໍາຫີນ ໃສ່ເດີ່ນເປຕັງ ຈໍານວນ 2 ລົດ ລວມມູນຄ່າ 1.600.000 ກີບ
  2. ທ່ານ ທູນສະໄໝ ຈັນທະວົງ ນັກສຶກສາປະລິນຍາໂທ ຮຸ່ນທີ XVII ອຸປະຖໍາເຄື່ອງກີລາ 15 ຊຸດ, ປ້າຍນັບຄະແນນເດີ່ນເປຕັງ ມູນຄ່າ 2.000.000 ກີບ.
  3. ນັກສຶກສາຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXX ອຸປະຖໍາເງິນ ຈໍານວນ 2.000.000 ກີບ.
  4. ນັກສຶກສາປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ ອຸປະຖໍາເງິນ ຈໍານວນ 1.000.000 ກີບ.
  5. ນັກສຶກສາ ອະນຸປະລິນຍາ ຮຸ່ນທີ XIX ອຸປະຖໍາເງິນ ຈໍານວນ 500.000 ກີບ.
  6. ທ່ານ ສຸດທະຫວິນ ປະທານບໍລິສັດສຸກຊະນະພັດທະນາຈໍາກັດ ອຸປະຖໍາຊຸດກີລາເປັນເງິນ ຈໍານວນ 1.382.000 ກີບ.
  7. ທ່ານ ປອ ສືລ່າວ ໂຊ້ຕູ້ກີ ອຸປະຖໍາອຸປະກອນກີລາ ເປັນຈໍານວນເງິນ 500.000 ກີບ.

          ລວມຈໍານວນເງິນອຸປະຖໍາທັງໝົດ  8.982.000 ກີບ

ໃນຕອນທ້າຍ ທ່ານ  ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄະນະ​ຮັບຜິດຊອບທີ່​ຈັດການ​ແຂ່ງຂັນ​ທີ່​ໄດ້​​ເອົາ​ໃຈ​ໃສ່ຫ້າງ​ຫາ​ກະກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ​ເຮັດ​​ໃຫ້​ງານ​ຄັ້ງ​ນີ້​ໄດ້​ໄຂ​ຂຶ້ນທັນຕາ​ມກໍານົດ​ເວລາ ພ້ອມ​ທັງກ່າວຄໍາ​ຂອບ​ໃຈ​ນໍາ​ທຸກ​ພາກສ່ວນ​ທີ່​​ມີ​ສ່ວນຮ່ວມ​​​ເຮັດ​ໃຫ້​ງານ​ຄັ້ງ​ນີ້​ເກີດ​ຂຶ້ນ​ໄດ້, ແລະຂອບໃຈຍ້ອງຍໍມາຍັງຜູ້ທີ່ໃຫ້ ການອຸປະຖໍາໃນຄັ້ງນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ຮັບຜິດຊອບ​ຈົ່ງ​ສືບຕໍ່​ເຮັດ​ໜ້າ​ທີ່​ໃຫ້​ເຕັມ​ພາລະ​ບົດບາດ​ຕາມ​ການ​ມອບ​ໝາຍ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ງານ​ແຂ່ງຂັນ​ກີລາຄັ້ງ​ທີ X ດໍາ​ເນີນ​ໄປ​ດ້ວຍ​ຄວາມ​ສະດວກ ​ແລະ ມີ​ຜົນ​ສໍາ​ເລັດ.

ພ້ອມກັນນັ້ນ ເພື່ອເຮັດໃຫ້ມື້ງານດັ່ງກ່າວມີຄວາມເບີກບານມ່ວນຊື່ນ ແລະຟົດຟື້ນ ພະນັກງານ, ຄູ-ອາຈານ ກໍໄດ້ປະກອບສ່ວນ ເຕັ້ນລີລາ-ລີລາດ ພ້ອມທັງຈັດກີລາປະເພດບານເຕະນັດທໍາອິດໂດຍທີມພະນັກງານ, ຄູ-ອາຈານ ສມປຊ ພົບກັບ ທີມນັກສຶກສາຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXX ດ້ວຍຜົນຄະແນນສະເໜີ 3-3.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ