ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ​ແລະ ປຶກສາຫາລືວາງທິດທາງແຜນການຄົ້ນຄວ້າໃນ 6 ເດືອນທ້າຍປີ 2020 ຂຶ້ນ ໃນຕອນເຊົ້າຂອງວັນ 4 ມິຖຸນາ ນີ້ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງທ່ານປອ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ ສະໄໝທີ X,ຜູ້ຊີ້ນໍາວຽກງານການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພ້ອມດ້ວຍບັນດາທ່ານໃນຄະນະຜູ້ຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແຕ່ລະຂົງເຂດ ກໍເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດກວ່າ 50 ທ່ານ.

ເຊິ່ງຈຸດປະສົງໃນການຈັດຕັ້ງກອງປະຊຸມຄັ້ງນີ້,ແມ່ນເພື່ອຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ​ແລະ ປຶກສາຫາລືວາງທິດທາງແຜນການຄົ້ນຄວ້າໃນ 6 ເດືອນທ້າຍປີ 2020, ພ້ອມທັງປຶກສາຫາລືກັນກ່ຽວກັບແຜນການຈັດສໍາມະນາວິທະຍາສາດໃນຫົວຂໍ້: “ແນວຄິດໄກສອນ ພົມວິຫານ ຕໍ່ກັບການປ່ຽນແປງໃໝ່ ໃນຂົງເຂດພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ” ແລະ ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ຕໍ່ກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ”, ຄົ້ນຄວ້າ, ປະກອບຄໍາເຫັນໃສ່ບົດວິພາກໂຄງການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປີ 2021-2030 ແລະປຶກສາຫາລືວຽກສໍາຄັນຈໍານວນໜຶ່ງ.

ກ່າວເປີດກອງປະຊຸມທ່ານປອ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ກະກຽມຈັດຕັ້ງກອງປະຊຸມສະຫຼຸບຕີລາຄາສະພາບການຈັດຕັ້ງແຜນການຄົ້ນຄວ້າວິທະຍາສາດໃນ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນ ທ້າຍປີ.

ໃນພິທີ, ທ່ານປອ ດາວສະຫວັນ ເຄືອມີໄຊ, ຮັກສາການຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຫົວໜ້າກອງເລຂາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2020, ເຊິ່ງສາມາດຍົກໃຫ້ເຫັນຜົນສຳເລັດບາງດ້ານດັ່ງນີ້:
ໜຶ່ງ, ຄະນະຮັບຜິດຊອບໄດ້ສືບຕໍ່ຊີ້ນຳ, ຊຸກຍູ້ການຄົ້ນຄວ້າໃນຫົວຂໍ້ວິທະຍາສາດໃນຂົງເຂດເຫຼົ່ານີ້ຄື: ແນວຄິດໄກສອນ ພົມວິຫານ ຂົງ​ເຂດ​ວຽກ​ງານ​ພັກ, ພະນັກງານ​, ​ແນວ​​ໂຮມ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ, ເຊິ່ງປະກອບມີ 7 ຫົວຂໍ້ຍ່ອຍ ປັດຈຸບັນແມ່ນຂຽນສຳເລັດແລ້ວ 100%, ແນວຄິດໄກສອນ ພົມວິຫານ ຕໍ່ກັບການປ່ຽນແປງໃໝ່ທາງດ້ານເສດຖະກິດ ມີ 8 ຫົວຂໍ້ຍ່ອຍຂຽນສຳເລັດແລ້ວ 100%, ສືບຕໍ່ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຕໍ່ກັບຂົງເຂດວຽກງານວັດທະນະທຳ-ສັງຄົມ;ຂົງເຂດອຳນາດລັດ ແລະຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ.
ສອງ, ສຳເລັດການຈັດແບ່ງຄວາມຮັບຜິດຊອບໃນການຄົ້ນຄວ້າຫົວຂໍ້: “ຄຸນສົມບັດ, ສິນທຳປະຕິວັດອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ” ໂດຍມີ 7 ຫົວຂໍ້ຍ່ອຍ ແລະໄດ້ແບ່ງໃຫ້ 7 ພາກສ່ວນຮັບຜິດຊອບ.
ສາມ, ສຳເລັດການຄົ້ນຄວ້າຮັບຮອງຫົວຂໍ້ຄົ້ນຄວ້າຫຼັງປີ 2020 ເຊິ່ງປະກອບມີ 8 ຫົວຂໍ້ວິທະຍາສາດ; ໃນນັ້ນມີຫົວຂໍ້ລົງເລິກ 5 ຫົວຂໍ້; ຫົວຂໍ້ກ່ຽວກັບຊີວິດແລະພາລະກິດປະທານ ໄກສອນ ພົມວິຫານ ຈໍານວນ 3 ຫົວຂໍ້, ຄົ້ນຄວ້າຮັບຮອງເອົາໂຄງຮ່າງບົດນິພົນຄົບຊຸດ, ຄາດຄະເນຈະສ້າງນິພົນຄົບຊຸດໄກສອນ ພົມວິຫານ ຈຳນວນ 13 ເຫຼັ້ມ.
ສີ່, ການເກັບກຳເອກະສານທີ່ເປັນບົດຂຽນ, ບົດໂອ້ລົມ, ບົດປາໄສ ຂອງປະທານໄກສອນ ພົມວິຫານ ໄດ້ຈຳນວນ 500 ກວ່າລາຍການ, ລວມມີ 14,096 ໜ້າ, ເກັບກຳປຶ້ມຂຽນທີ່ພົວພັນເຖິງປະທານໄກສອນ ພົມວິຫານ ໄດ້ຈຳນວນໜຶ່ງ.
ຫ້າ, ທິດທາງໃນ 6 ເດືອນ ຕໍ່ໜ້າຄະນະຮັບຜິດຊອບຈະສຸມໃສ່ບາງບັນຫາດັ່ງນີ້:
– ກະກຽມຈັດສໍາມະນາວິທະຍາສາດລະດັບຊາດຈໍານວນ 6 ກອງປະຊຸມສໍາມະນາໃນ 6 ຫົວຂໍ້ທີ່ຖືກຮັບຮອງ ເພື່ອປະກອບສ່ວນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ.
– ຄົ້ນຄວ້າແບ່ງຄວາມຮັບຜິດຊອບໃນການຄົ້ນຄວ້າຫົວຂໍ້ລົງເລິກ ແລະຫົວຂໍ້: “ຊີວິດ ແລະພາລະກິດປະຕິວັດຂອງ ປະທານໄກສອນ ພົມວິຫານ”.
– ສືບຕໍ່ລົງເລິກເກັບກໍາຂໍ້ມູນ, ເອກະສານທີ່ພົວພັນກັບປະທານໄກສອນ ພົມວິຫານ ຢູ່ບັນດາກະຊວງ, ອົງການ ແລະທ້ອງຖິ່ນ ພ້ອມທັງກະກຽມຈັດພິມສະບັບຮ່າງນິພົນຄົບຊຸດ.
– ກະກຽມພິມຈໍາໜ່າຍຜະລິດຕະພັນຈໍານວນໜຶ່ງ ເພື່ອສະເຫຼີມສະຫຼອງວັນເກີດປະທານໄກສອນ ພົມວິຫານຄົບຮອບ 100 ປີ.
ຕໍ່ກັບບົດວິພາກ, ກອງປະຊຸມໄດ້ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດວິພາກການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຮອດປີ 2030. ເຊິ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈຳເປັນຕ້ອງດຳເນີນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ໄດ້ກຳນົດບັນຫາໜ້າວຽກທີ່ຕ້ອງດຳເນີນໃນໄລຍະເວລາແຕ່ນີ້ຮອດປີ 2030, ໂດຍແບ່ງອອກເປັນ 2 ໄລຍະ, ໄລຍະແຕ່ນີ້ຮອດປີ 2025 ແລະ ແຕ່ປີ 2026 ຮອດປີ 2030 ສ່ວນມູນຄ່າຂອງໂຄງການແມ່ນຈະສືບຕໍ່ຄົ້ນຄວ້າຕາມຄວາມເປັນຈິງ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ທະຫານຕຳຫຼວດ, ພະນັກງານບຳນານ ຕະຫຼອດຮອດພໍ່ແມ່ປະຊາຊົນ ທ່ານໃດຫາກຍັງເກັບຮັກສາເອກະສານຂອງປະທານໄກສອນ ພົມວິຫານ ບໍ່ວ່າຈະເປັນຈົດໝາຍຂອງເພິ່ນ, ບົດຂຽນ, ບົດໂອ້ລົມຂອງເພິ່ນ. ຊ່ວຍສົ່ງໃຫ້ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານດ້ວຍ (ສົ່ງເຖິງສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຕັ້ງຢູ່ບ້ານທ່າງ່ອນ, ເມືອງໄຊທານີ, ເບີໂທ 030 4894068).

ຂ່າວ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ
ຮູບພາບ: ຕາອັອດ ແສນທະວີສຸກ